ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງ​ພົນ​ທີ 2 ປະກາດ​ການແຕ່ງຕັ້ງ ແລະ ການປະດັບ​ທຽບ​ຊັ້ນ​ນາຍ​ທະຫານ
ເວລາອອກຂ່າວ: 2024-06-12 08:40:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:



ໃນ​ວັນ​ທີ 6 ມິຖຸ​ນາ 2024 ນີ້, ກອງ​ພົນ​ທີ 2 ໄດ້​ປະກາດ​ການແຕ່ງຕັ້ງ​ຂັ້ນ​ພະ​ແນກ, ຄະນະ​ບັນຊາ​ກອງພັນ​ໃຫຍ່, ກອງພັນ​ ແລະ ປະກາດການປະດັບ​ທຽບ​ຊັ້ນ​ນາຍ​ທະຫານ ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ເອກ ວົງ​ເພັດ ເພັງ​ພານິດ ຫົວໜ້າ​ຫ້ອງ​ການເມືອງ​ ກອງ​ພົນ​ທີ 2, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ, ພະແນກການ​, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງຕະຫຼອດ​ຮອດ​ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.     ສະຫາຍ ພັນ​ໂທ ໄຊຊະນະ ສີ​ສົມພອນ ຫົວໜ້າ​ພະ​ແນກ​ ພະນັກງານ​ ຫ້ອງ​ການເມືອງ​ກອງ​ພົນ​ທີ 2 ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງ ທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ພະແນກການ​ຂຶ້ນ​ກັບ​ກອງ​ພົນ​ທີ 2, ໂດຍ​ອີງ​ຕາມ ​ກົດໝາຍ​ນາຍ​ທະຫານ ກອງທັບ​ປະຊາຊົນລາວ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ ພັກ​ການ​ ຮັບບຳນານ, ຂໍ້ຕົກລົງ ວ່າ​ດ້ວຍ​ການ​ຍົກ​ຂັ້ນເງິນເດືອນ. ນອກຈາກ​ນັ້ນ, ຍັງ​ໄດ້​ ຜ່ານ​ຂໍ້​ຕົກລົງ ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ​ນາຍ​ທະຫານ​ ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ, ໂດຍ​ອີງ​ຕາມ ​ກົດໝາຍ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ ໃນ​ພາກ​ທີ II ໝວດ​ທີ 3 ມາດຕາ 19, 20, ວ່າ​ດ້ວຍ ​ອາຍຸ​ກະສຽນ ແລະ ການ​ປະດັບ​ຊັ້ນ. ກົມໃຫຍ່ການເມືອງກອງທັບ ຕົກລົງ ປະດັບ​ທຽບ​ຊັ້ນ​ເປັນ​ນາຍ​ທະຫານ ຈຳນວນ 16 ສະຫາຍ ໃນ​ນັ້ນ, ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ​ ຈຳນວນ 12 ສະຫາຍ, ປະດັບ​ທຽບ​ຊັ້ນ​ຮ້ອຍ​ຕີ ຈຳນວນ 4 ສະຫາຍ.      ສະຫາຍ ພັນເອກ ວົງ​ເພັດ ເພັງ​ພານິດ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້​ນາຍ​ທະຫານ​ທີ່​ໄດ້​ຮັບ​ໜ້າທີ່​ໃໝ່​ເອົາ ໃຈໃສ່​ໃນ​ການນໍາພາ-​ຊີ້​ນຳ​ກົມ​ກອງ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສະເພາະ​ແມ່ນ​ນາຍທະຫານ​ຜູ້​ທີ່ໄດ້​ຮັບ​ການ​ທຽບ​ຊັ້ນ​ໃໝ່ ຈົ່ງ​ພ້ອມ​ກັນ​ສຸມ​ທຸກ​ສະຕິ​ບັນ​ຍາຄວາມ​ຮູ້ ຄວາມ​ສາມາດ ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ສືບຕໍ່​ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກົມ​ກອງ ແລະ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ​ເລື້ອຍໆ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ຢູ່​ພາຍ​ໃນ​ກົມ​ກອງ ແລະ ສາມັກຄີ​ກັບ​ປະຊາຊົນ​ອ້ອມ​ຂ້າງ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃຫ້​ສະ ​ນິດ​ແໜ້ນ ແລະ ສືບຕໍ່​ເຂົ້າ​ຮ່ວມ​ສ້າງ​ຂະ​ບວນ​ການ​ຕ່າງໆ ​ຢູ່​ພາຍ​ໃນ​ກົມ​ກອງ ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ຄຳ​ສັ່ງ​ ຂອງ​ຂັ້ນ​ເທິງ​ໃຫ້​ເຂັ້ມ​ງວດ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ