ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງ​ປະຊຸມ​ຜ່ານ​ບົດ​ປະຫວັດ​ມູນເຊື້ອ ຂອງ​ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2024-06-12 08:45:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 454 | ຄວາມນິຍົມ:



ທ້າຍເດືອນພຶດ​ສະພາ 2024 ນີ້, ພະ​ແນກ​ວິທະຍາສາດ-ປະ ຫວັດສາດ ​ການ​ທະຫານ ກອງ​ບັນ ຊາ​ການ​ທະຫານ​ແຂວງອຸດົມ​ໄຊ ໄດ້​ຜ່ານ​ບົດ​ປະ​ຫວັດ​ມູນເຊື້ອ​ການ​ສ້າງຕັ້ງ​ ຫ້ອງການ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ຄົບຮອບ 54 ປີ (ວັນ​ທີ 1 ມັງກອນ 1970-1 ມັງກອນ 2024) ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພົນ​ຈັດຕະວາ ຄຳ​ເຜີຍ ໂສມ​ພັນ ຫົວໜ້າ​ການ ​ທະຫານ, ປະທານ​ສະພາວິທະຍາ ສາດ-ປະຫວັດສາດ ​ການທະຫານ ​ກອງ​ບັນຊາ​ການທະຫານແຂວງ ​ອຸດົມ​ໄຊ, ມີ ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ, ຮອງປະທານ​ສະພາ​ວິທະຍາ ສາດ-ປະຫວັດສາດ​ການ​ທະ ຫານ, ມີ​ຄະນະພັກ- ຄະນະ​ບັນຊາ, ພະແນກການ​ທີ່​ ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ທະນູ​ວັນ ແກ້ວ​ມະນີ ຊ່ວຍ​ວຽກ​ພະ​ແນກ​ວິທະຍາສາດ-ປະຫວັດສາດ ​ການ​ທະຫານ ໄດ້​ຜ່ານ​ເນື້ອ​ໃນ​ບົດ​ປະ ຫວັດ​ມູນເຊື້ອ​ການ​ສ້າງຕັ້ງ ຫ້ອງການ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອຸດົມ​ໄຊ ເຊິ່ງ​ເນື້ອ​ໃນ​ບົດ​ລວມ​ມີ 3 ພາກ ແຕ່​ລະ​ພາກ​ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງປະ​ຫວັດ​ມູນເຊື້ອ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ຂອງ​ກົມ​ກອງ​ໃນແຕ່​ ລະ​ໄລຍະ ​ແຕ່​ອະດີດ​ຈົນ​ເຖິງ​ປັດ ຈຸບັນ ເຊິ່ງ​ແມ່ນ​ການ​ອຸທິດ​ຕົນ​ຂອງ​ພະນັກງານ​ສະມາຊິກ​ພັກ-ນັກຮົບ​ໃນ​ພາລະກິດ​ປະຕິວັດ, ປົກ​ປັກ​ຮັກສາ ແລະ ສ້າງສາພັດ ທະນາ​ປະເທດ​ຊາດຕາມ​ແນວ ທາງ​ຂອງ​ພັກ ເພື່ອ​ຄົນ​ຮຸ່ນ​ໃໝ່​ສືບທອດ​ປ່ຽນ​ແທນ ​ໄດ້​ສຶກ​ສາ​ຮຽນ​ຮູ້ ແລະ ເສີມ​ຂະຫຍາຍ​ໃຫ້​ ນັບ​ມື້​ດີ​ຂຶ້ນ​ເລື້ອຍໆ. ພ້ອມ​ດຽວ​ກັນ ​ນີ້, ຄະນະ​ສະພາວິທະຍາ ສາດ-ປະຫວັດສາດ​ການທະຫານ ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ບົດ​ດັ່ງກ່າວໃຫ້​ ມີ​ຄວາມສອດຄ່ອງກັບປະຫວັດ​ ຄວາມ​ເປັນ​ຈິງ ແລະ ເຮັດ​ໃຫ້​ມີ​ ຄວາມ​ສົມບູນ ເພື່ອເຮັດໃຫ້ພະ ນັກງານ-ນັກຮົບ​ຮຸ່ນ​ຫຼັງໄດ້ ສຶກ ສາ​ຄົ້ນຄວ້າ​ຮໍ່າຮຽນເອົາ​ປະ ຫວັດ​ມູນເຊື້ອ​ອັນ​ດີ​ງານ​ຂອງ​ພະນັກງານ​ຮຸ່ນ​ກ່ອນ​ທີ່​ໄດ້​ສ້າງ​ໄວ້ ເປັນ​ບົດຮຽນ​ໃນ​ການ​ດຳລົງ​ຊີວິດ ແລະ ເປັນ​ແວ່ນ​ແຍງ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ. ສະຫາຍ ພົນ​ຈັດຕະວາ ຄຳ​ເຜີຍ ໂສມ​ພັນ ໄດ້​​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ​ໃນ​ການ​ຄົ້ນຄວ້າ-ຮຽບ​ຮຽງ ແລະ ຂຽນ​ປະ​ຫວັດ​ມູນເຊື້ອ​ການ​ສ້າງຕັ້ງ ​ຫ້ອງການ​ເຫຼັ້ມ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ເອົາໃຈໃສ່​ສືບຕໍ່​ຄົ້ນ​ຄວ້າ​ຮຽບ​ຮຽງ, ຊອກ​ຫາ​ຂ້ໍ​ມູນ​ນຳຫຼາຍພາກ ສ່ວນ​ເພີ່ມ​ຕື່ມ ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ບົດ​ມີ​ຄວາມ​ຖືກ​ຕ້ອງ, ຊັດ​ເຈນ ເຂົ້າໃຈ​ງ່າຍ ແລະ ຖືກຕ້ອງ ​ຕາມ​ຄວາມ​ເປັນ​ຈິງ ​ຂອງ​ປະຫວັດ ສາດ ເພື່ອ​ນຳ​ສະເໜີ​ໃຫ້ກົມ​ວິ ທະຍາສາດ-ປະຫວັດສາດ​ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ ເທດ ຮັບຮອງ ແລະ ຈັດ​ພິມ.  ໂດຍ: ທະນູ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ