ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ຜົນສຳເລັດ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ ​ໃນ 1 ປີຜ່ານມາ ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2024-06-12 08:48:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ເລຂາ​ຄະນະ​ພັກ, ​ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ໃຫ້​ຮູ້​ວ່າ: ເພື່ອ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເອົາໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ຢ່າງ​ມີ​ ຈຸດ​ສຸມ ແລະ ມີ​ຜົນສຳເລັດຫຼາຍ ​ດ້ານ ໃນ​ນັ້ນ,​ໄດ້​ຊຸກຍູ້​ວຽກ​ງານ​ກໍ່ສ້າງຮາກຖານ​ການເມືອງ​ພັດ ທະນາ​ຊົນນະບົດ​ຮອບດ້ານ​ຕິດ​ພັນ​ກັບວຽກ​ງານ 3 ສ້າງ​ຂອງ​ພັກ ​ໃນ​ການ​ສ້າງ​ທ່າ​ສະໜາມ​ສົງຄາມ​ປະຊາຊົນ 3 ຂັ້ນ ຢູ່​ບັນ ດາ​ຈຸດ​ທີ່​ລໍ່ແຫຼມ​ທົ່ວ​ແຂວງ ອັນ​ພົ້ນ​ເດັ່ນແມ່ນ ​ການ​ສ້າງ​ບ້ານ​ປ້ອມ​ໝັ້ນ​ສູ້​ຮົບເອກະລາດ​ໃນ​ທົ່ວ​ແຂວງ​ໄດ້ 97 ບ້ານ ກວມ​ເອົາ 22,56%, ກຸ່ມ​ບ້ານ​ສູ້​ຮົບຕິດ ​ລຽນ​ມີ 61 ກຸ່ມ​ບ້ານ​ ກວມ​ເອົາ 9,36%, ປັບປຸງ​ກຳລັງ​ກອງ​ຫຼອນ-ກອງ​ປ້ອງ​ກັນ​ຕົວ​ໃຫ້ໜັກ ​ແໜ້ນ ເຂັ້ມແຂງ ມີກອງຫຼອນ 8.858 ຄົນ, ຍິງ 85 ຄົນ, ມີ​ກອງ ຮ້ອຍ​ປ້ອງ​ກັນ​ຕົວ 3 ກອງ ຮ້ອຍ ແລະ 1 ໝວດ, ສ້າງ​ຄອບ ຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 77.256 ຄອບຄົວ ເທົ່າ​ກັບ 84,72%, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 427 ບ້ານ, ປະກອບ​ອາວຸດ​ໃຫ້​ກຳລັງ​ກອງ​ຫຼອນ ແລະ ກຳລັງ​ປ້ອງ​ກັນ​ຕົວ​ຕາມ​ຕົວ​ເລກ​ທີ່​ຂັ້ນ​ເທິງ​ກຳນົດ. ນອກຈາກ​ນັ້ນ,​ຍັງ​ໄດ້​ເຄື່ອນ​ໄຫວ​ແກ້​ໄຂ​ໜໍ່​ແໜງ​ທີ່​ຈະ​ກໍ່ໃຫ້ເກີດ​ຄວາມ​ບໍ່​ສະຫງົບ​ພາຍ​ໃນ​ແຂວງ​ໃນ​ການ ປະສານ​ສົມທົບ​ກັບ​ກອງ​ພົນ​ທີ 2, ກອງ​ພົນ​ທີ 3 ແລະ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ, ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ເຄື່ອນ​ໄຫວ​ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ແລະ ຕາມ​ຊາຍ​ແດນ​ຮັບປະກັນ​ເຮັດ​ໃຫ້​ແຂວງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ກອບ​ກູ້​ໄພພິບັດ​ໄດ້​ຊີ້​ນຳ​ ບັນດາ​ກົມ​ກອງ​ຮາກ​ຖານ​ເອົາ ໃຈໃສ່​ຕິດຕາມ​ກຳ​ແໜ້ນ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ຢູ່ພາຍ​ໃນ ແລະ ພາຍ​ນອກເປັນ​ ປົກກະຕິ ຈັດ​ຕັ້ງ​ກຳລັງ, ພາຫະ ນະ​ເຕັກນິກ​ຫັນ​ເຂົ້າ​ປະຈຳການ​ກຽມພ້ອມ​ສູ້​ຮົບ 3 ຂັ້ນ​ຢ່າງ​ເຂັ້ມ​ງວດ; ຜ່ານ​ມາ ​ໄດ້​ຊີ້​ນຳ​ພະນັກ ງານ-ນັກຮົບ​ປ້ອງ​ກັນ​ກອງປະ ຊຸມ​ຂັ້ນ​ຕ່າງໆ 91 ຄັ້ງ ນຳໃຊ້​ກຳ ລັງ 5.671 ເທື່ອ​ຄົນ, ຊ່ວຍເຫຼືອ​ ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທັງ​ໝົດ 8 ຄັ້ງ ​ນຳ​ໃຊ້​ກຳລັງ 100 ກວ່າແຮງງານ; ວຽກງານ​ປັບປຸງ​ກໍ່ສ້າງ​ພັກໃຫ້​ ປອດ​ໃສ ເຂັ້ມແຂງ ໄດ້​ຢຶດ​ໝັ້ນ 5 ຫຼັກ ການ 3 ທິດ​ນຳ​ຂອງ​ພັກ, ທົ່ວ ອົງຄະ​ນະ​ພັກກອງບັນຊາການ​ ທະຫານ​ແຂວງ​ມີ 1 ຄະນະພັກ, ມີ 13 ຄະນະ​ພັກ​ຮາກ​ຖານ, ມີ 74 ໜ່ວຍ​ພັກ, ມີ​ສະມາຊິກພັກ​ທັງ​ໝົດ 1.904 ສະຫາຍ, ຍິງ 213 ສະຫາຍ, ເພີ່ມ​ຂຶ້ນ 86 ສະຫາຍ, ຍິງ 9 ສະຫາຍ, ຂະຫຍາຍ​ມະ ຫາຊົນ​ຜູ້​ກ້າວໜ້າເຂົ້າ​ເປັນສະມາ ຊິກ​ພັກ​ຈຳນວນ 114 ສະຫາຍ, ຍິງ 10 ສະຫາຍ, ວຽກ​ງານ​ກໍ່ ສ້າງ​ພະນັກງານໄດ້ສ້າງພະນັກ ງານ 3 ຮຸ່ນ​ສຶບ​ທອດ​ປ່ຽນແທນ ​ທັງ​ກໍ່ສ້າງ​ກັບ​ທີ່ ແລະ ສົ່ງ​ໄປ​ບຳ ລຸງ-ກໍ່ສ້າງ​ຢູ່​ພາຍ​ໃນ ແລະ ຕ່າງ ປະເທດ​ຕາມ​ຕົວ​ເລກ​ແບ່ງປັນ​ຂອງ​ຂັ້ນ​ເທິງ 65 ສະຫາຍ ພ້ອມ​ນັ້ນ​, ຍັງ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ 206 ສະຫາຍ, ຍິງ 19 ສະຫາຍ, ເລື່ອນ​ທຽບ​ຊັ້ນ 45 ສະຫາຍ, ຍິງ 7 ສະຫາຍ, ຍົກ​ຂັ້ນ​ເງິນເດືອນ 3 ສະຫາຍ, ປະກາດ​ການແຕ່ງຕັ້ງ​ 71 ຕຳແໜ່ງ, ວຽກ​ງານ​ນະໂຍບາຍຕໍ່​ ພະນັກງານ-ນັກຮົບ ​ໄດ້​ຮັບ​ອຸດ​ໜູນເທື່ອ​ດຽວ 31 ສະຫາຍ, ຍິງ 1 ສະຫາຍ, ເຂົ້າ​ຮັບ​​ບຳນານ 10 ສະຫາຍ, ຍິງ 1 ສະຫາຍ, ອະນຸມັດ​ສ້າງ​ຄອບຄົວ​ໃໝ່ 42 ຄູ່, ປະຕິບັດ​ນະໂຍບາຍ​ຕໍ່​ຜູ້​ເສຍ​ຊີວິດ 24 ສະ ຫາຍ, ພະນັກງານ​ບຳນານ 14 ສະຫາຍ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ຍັງ​ຊີ້​ນຳ​ພະນັກງານ-ນັກຮົບ​ສຸມ​ໃສ່​ການ​ອົບຮົມ-ຫັດ​ແອບ​ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃນ​ນັ້ນ, ​ໄດ້​ອົບຮົມ​ຄູ​ການ​ທະຫານ​ໄລຍະ​ສັ້ນ​ ຊຸດ​ທີ 1 ສຳເລັດ​ຕາມ​ແຜນການ, ມີ​ຈຳນວນ 58 ສະຫາຍ, ອົບຮົມ​ການສ້າງບ້ານ​ປ້ອມ​ໝັ້ນ​ໄດ້ 8 ບ້ານ ​ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 533 ຄົນ, ກອງຮ້ອຍ​ກອງ​ຫຼອນ​ໄດ້ 8 ກອງຮ້ອຍ ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 799 ຄົນ, ອົບຮົມ​ວຽກ​ງານ​ສຶກ​ສາ​ປ້ອງ​ກັນ​ຊາດ​ເປົ້າ​ໝາຍ 4 ໄດ້ 1 ຊຸດ ​ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ 30 ຄົນ, ອົບຮົມ​ໃຫ້​ນັກຮຽນ​ມັດທະຍົມ​ຕອນ​ປາຍ 57 ແຫ່ງ ມີ 4.881 ຄົນ, ຍິງ 2.202 ຄົນ, ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິ ລາ​ການ​ທະຫານ, ສິລະ​ປະວັນ ນະຄະດີ​ປະເພດ​ຕ່າງໆ ​ຢູ່​ເຂດ 2 ທີ່​ແຂວງ​ຫຼວງ​ພະ​ບາງ​ເປັນ​ເຈົ້າ ພາບ​ສາມາດ​ຍາດ​ໄດ້​ລາງວັນ​ຊະ ນະ​ເລີດ 8 ລາງວັນ. ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ວຽກ​ງານ​ຮັບປະກັນ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ໃນ​ກົມ​ກອງ ​ໄດ້​ຍົກ​ສູງ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ​ໃນ​ນັ້ນ, ​ໄດ້​ຈັດ​ຊື້​ເຂົ້າ​ກິນ​ຕາມ​ແຜນການ 100% ມີ​ຄັງ​ແຮ​ສຳຮອງ​ໄວ້​ຢູ່​ຂັ້ນ​ກອງ​ບັນຊາ​ການ ແລະ ກົມ​ກອງ​ຮາກ​ຖານ​ຈຳນວນ​ໜຶ່ງ, ດ້ານ​ຊີ້ນ-ປາ ກຸ້ມ​ຕົນ​ເອງ​ໄດ້ 50%, ພືດ-ຜັກ​ກິນ 80%, ວຽກ​ງານ​ຮັບປະກັນ​ສຸຂະພາບ​ພະນັກງານ-ນັກຮົບ ໄດ້​ຊີ້​ນຳພະ ​ແນກ​ເສນາ​ຮັກ ແລະ ໂຮງໝໍ ເປັນ ​ເຈົ້າ​ການ​ຕິດຕາມ​ກວດກາ​ສຸຂະ ພາບ ແລະ ພະຍາດ​ຕາມລະດູການ ໃນ​ນັ້ນ, ​ໄດ້​ຮັບ​ກວດກາ, ປິ່ນປົວ​ສຸຂະພາບ​ໃຫ້​ພະນັກງານ-ນັກຮົບ ແລະ ປະຊາຊົນ​ທົ່ວ​ໄປ​ທີ່​ເຂົ້າ​ມາ​ໃຊ້​ບໍລິການ​ໄດ້ 10.832 ເທື່ອ ຄົນ, ນອນ​ໂຮງໝໍ 914 ເທື່ອ​ຄົນ, ປິ່ນປົວ​ດີ 877 ເທື່ອ​ຄົນ, ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ອື່ນ 31 ຄົນ, ວຽກ​ງານ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ແໜ້ນໜາ​ຖາວອນ, ໄດ້​ສຸມ​ໃສ່​ກໍ່ສ້າງ​ສຳນັກງານ​ອົງ ການ, ກົມ​ກອງ​ຮາກ​ຖານ​ໃຫ້​ຈົບງາມ​ແໜ້ນໜາ​ຖວອນ​ຕາມ​ແບບ​ວັດທະນະທຳ ໃນ​ນັ້ນ​, ໄດ້​ມີ​ເຮືອນຄົວ ທັງ​ໝົດ 112 ຫຼັງ, ຖາ ວອນ 47 ຫຼັງ, ເຄິ່ງ​ຖາວອນ 41 ຫຼັງ ແລະ ຊົ່ວຄາວ 24 ຫຼັງ, ຮັບ ປະກັນ​ໃຫ້​​ໄດ້​ກິນ​ເຂົ້າ 3 ຄາບ​ຕໍ່​ມື້​ເປັນ​ປົກກະຕິ ແລະ ຖືກ ຕ້ອງ​ຕາມ​ຫຼັກການອະນາໄມ; ວຽກງານຜະລິດ​ເປັນ​ສິນຄ້າ ແລະ ສ້າງແຫຼ່ງ​ລາຍ​ຮັບ​ເຂົ້າຄັງລວມ​ ຈາ​ການ​ປູກ-ການ​ລ້ຽງ ແລະ ບໍ ລິການ​ຕ່າງໆ​ ໄດ້​ທັງ​ໝົດ​ຈຳນວນ 7 ຕື້​ກວ່າ​ກີບ; ວຽກ​ງານ​ການ​ຄຸ້ມ​ ຄອງ​ລົດ ແລະ ສ້ອມແປງ​ພາຫະ ນະ​ເຕັກ​​​ນິກ ທົ່ວ​ກອງ​ບັນຊາ​ການ​ແຂວງ​ມີ​ລົດ​ທັງ​ໝົດ 70 ຄັນ, ກະ ຊວງ​ປະກອບ​ໃຫ້ 48 ຄັນ, ແຂວງ ​ປະກອບ​ໃຫ້ ແລະ ກົມ​ກອງ​ຊື້​ເອງ​ ມີ 22 ຄັນ ​ຮັບປະກັນໃນ​ແກ່​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ການເມືອງ ແລະ ວຽກ​ງານ​ວິຊາ​ ສະເພາະ​ຂອງ​ກົມ​ກອງ​ເປັນ​ຢ່າງ​ດີ. ນອກ​ນັ້ນ, ຍັງ​ໄດ້​ພົວພັນ​ກັບ​ຕ່າງປະເທດ​ຕາມ​ແນວທາງ​ນະ ໂຍບາຍ​ການ​ຕ່າງປະເທດຂອງ​ ພັກ ເຊິ່ງ​ໄດ້​ຈັດ​ກອງ​ປະຊຸມ​ແລກ ປ່ຽນ​ສະພາບ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ກັບ ກອງ​ບັນຊາ​ການທະ ຫານ​ແຂວງ​ອ່ຽນ​ບາຍ ​ສສ ຫວຽດ ນາມ ທີ່​ກອງ​ບັນຊາ​ການທະຫານ​ແຂວງໄຊ​ຍະ​ບູ​ລີ ເປັນ​ເຈົ້າພາບ ແລະ ໄດ້​ຕ້ອນຮັບ​ຄະນະ​ໜ່ວຍປະ ຕິບັດ​ງານ​ພິເສດ​ທີ່​ມາ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່​ເສຍ​ຊີວິດ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ 2 ຄັ້ງ ແລະ ເຂົ້າ​ຮ່ວມ​ພິທີ​ມອບຮັບ​ ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວ ຊານ​ຫວຽດນາມ ກັບ​ຄືນ​ປະເທດ 1 ຄັ້ງ; ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​ໜ່ວຍ​ປະສານ​ງານປະ ຈຳ​ພື້ນ​ທີ່​ຊາຍ​ແດນ ​ລາວ-ໄທ ຢູ່​ທີ່​ເມືອງ​ປາກ​ລາຍ​ ລະ​ຫວ່າງ ແຂວງ​ໄຊ​ຍະ​ບູ​ລີ ກັບ​ແມ່ທັບ​ພາກ​ທີ 3 ແລະ 5 ແຂວງ​ພາກ​ເໜືອ​ ຂອງ​ຣາ​ຊະ​ອານາຈັກ​ໄທ, ກອງ​ປະຊຸມ​ກວດກາ​ພື້ນ​ທີ່​ຮ່ວມ​ລາວ-ໄທ ລະຫວ່າງ​ເມືອງ​ທ່າ​ລີ ແຂວງເລີຍ ຣາ​ຊະ​ອານາຈັກ​ໄທ ກັບ ເມືອງ​ແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູ​ລີ, ກອງ​ປະຊຸມ​ໜ່ວຍ​ປະສານ​ງານ​ກັບ​ກຳລັງ​ຮັກສາ​ພື້ນ​ທີ່​ແຂວງ​ໄຊ​ຍະ​ບູ​ລີ, ແຂວງ​ບໍ່​ແກ້ວ ​ກັບ ກຳລັງ​ຜາ​ເມືອງ​ ກອງທັບ​ໄທ ຢູ່​ແຂວງຊຽງ​ລາຍ. ຈາກ​ຜົນງານ​ທີ່​ກ່າວ​ມາ​ນັ້ນ, ກົມ​ກອງ ແລະ ພະນັກງານ-ນັກຮົບ​ໄດ້​ຮັບ​ການ​ຍ້ອງຍໍ ແລະ ປະຕິບັດ​ນະໂຍບາຍ​ຕ່າງໆ​ດັ່ງນີ້: ຫຼຽນ​ໄຊ​ພິລະ​ອາດ​ຫານ ​ຊັ້ນ III ໃຫ້​ກົມ​ກອງ​ລວມ​ໝູ່ 13 ໜ່ວຍ, ໃບ​ຍ້ອງຍໍ​ຂັ້ນ​ຕ່າງໆ ອີກ​ຈຳນວນ​ໜຶ່ງ​ຢ່າງ​ໜ້າ​ຊົມເຊີຍ. ໂດຍ: ສົມ​ຄິດ ພູມ​ມີ​ຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ