
ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເຄື່ອນໄຫວຢ້ຽມ ແລະ ຜົ້ງອວຍພອນກອງບັນຊາການທະຫານແຂວງສາລີ ສປປ ລາວ
ເວລາອອກຂ່າວ: 2024-06-12 11:13:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1110 | ຄວາມນິຍົມ:
ວັນທີ 11 ມິຖຸນາ 2024 ນີ້, ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນກອງບັນຊາການທະຫານແຂວງຜົ້ງສາລີ, ເນື່ອງໃນ ໂອກາດປີໃໝ່ລາວ ປີ ພ.ສ 2567, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມຄະນະ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ພັນເອກ ພິເສດ ເລວັນເຊິນ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງດຽນບຽນ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ, ເປັນຕົ້ນແມ່ນການເສີມຂະຫຍາຍມູນເຊື້ອຮັດແໜ້ນຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໂດຍສະເພາະລະຫວ່າງກອງບັນຊາການທະຫານແຂວງຜົ້ງສາລີ ລາວ ກັບ ກອງບນັຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ໃນການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານດ້ານຕ່າງໆ, ເຮັດໃຫ້ສະພາບໃນຂອບເຂດຊາຍແດນຄວາມຮັບຜິດຊອບຂອງສອງແຂວງທີ່ມີຊາຍແດນເຊື່ອມຈອດໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ໂອກາດດັ່ງກ່າວ ສະຫາຍ ພັນເອກ ພິເສດ ເລວັນເຊິນ ໄດ້ກ່າວຄໍາອວຍພອນອັນປະເສີດໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວທະຫານແຂວງຜົ້ງສາລີ ຈົ່ງມີຄວາມຜາສຸກ ແລະ ເຂັ້ມແຂງຮອບດ້ານ, ອວຍພອນມິດຕະພາບສາຍພົວພັນແບບພິເສດ, ຈົ່ງສວຍສົດງົດງາມ, ໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ຕີລາຄາສູງ ຕໍ່ກອງບັນຊາການທະຫານແຂວງດຽນບຽນ ພ້ອມດ້ວຍຄະນະ, ທີ່ໃຫ້ຄວາມສໍາຄັນມາອວຍພອນປີໃໝ່ລາວ ຄ.ສ 2567 ແລະ ໄດ້ສະແດງເຖິງ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນກອງບັນຊາການທະຫານແຂວງຜົ້ງສາລີ ກັບ ກອງບັນຊາການທະຫານແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະ ພ້ອມກັນພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ, ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ