ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ປະກາດແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ ຄະນະກຳມະການ ປກຊ- ປກສ ແຂວງວຽງຈັນ
ເວລາອອກຂ່າວ: 2024-06-12 11:16:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1212 | ຄວາມນິຍົມ:



ປະກາດແຕ່ງຕັ້ງຮອງປະທານ, ຜູ້ປະຈຳການ ຄະນະກຳມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງ ວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 11 ມິຖຸນາ 2024ນີ້, ກອງບັນຊາການທະຫານແຂວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈຳການ ຄະນະກຳມະການ ກປຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ ມີສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເຈົ້າແຂວງ ແຂວງວຽງຈັນ, ມີບັນດາສະຫາຍຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ຂັ້ນແຂວງ, ຕາງຫນ້າຈາກກະຊວງປ້ອງກັນປະເທດ, 2 ກໍາລັງ ປກຊ-ປກສ ແຂວງ, ວິທະຍາຄານກົມກະດຳ, ວິທະຍາຄານການແພດກອງທັບ, ກອງພົນທີ 1, ກອງພັນໃຫຍ່ 497, ເຈົ້າເມືອງ 11 ຕົວເມືອງ, ບັນດາອົງການ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ. ໃນພິທີສະຫາຍ ຄຳພັນ ສິດທິດຳພາ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຈົ້າແຂວງ ແຂວງວຽງຈັນ ໄດ້ຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໄລຍະຜ່ານມາ, ໂດຍໄດ້ຮັບການຊີ້ນໍາໂດຍກົງ ຈາກສູນກາງ, ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງໄດ້ຮັບໝາກຜົນສູງ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າແມ່ນມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເຮັດໃຫ້ພື້ນຖານປະຊາຊົນມີຄວາມສະຫງົບ ແລະ ເປັນລະຽບຮຽບຮ້ອຍດີ, ນອກນັ້ນກໍ່ໄດ້ເຄື່ອນໄຫວຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໄດ້ຫຼາຍຄັ້ງ ເຮັດໃຫ້ສະພາບພາຍໃນທົ່ວແຂວງມີຄວາມສະຫງົບປອດໄພໂດຍພື້ນຖານ. ຈາກນັ້ນສະຫາຍ ພົນຕີ ສະຫວ່າງໄຊ ສິນນະວົງ ຫົວໜ້າຫ້ອງການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງໄດ້ ຂຶ້ນຜ່ານມະຕິຕົກລົງຂອງ ຄະ ນະເລຂາທິການສູນກາງພັກສະ ບັບເລກທີ 110/ຄລສພ ວ່າດ້ວຍ ການແຕ່ງຕັ້ງຮອງປະທານ, ຜູ້ ປະຈໍາການ ແລະ ກໍາມະການຄະ ນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ວຽງຈັນ, ອີງຕາມມະຕິຂອງກົມ ການເມືອງສູນກາງພັກ ສະບັບ ເລກທີ 031/ກມສພ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ, ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜຽ້າທີ່ວຽກງານຢູ່ ແຂວງວຽງຈັນ, ຄະນະເລຂາທິການສູນກາງພັກຕົກລົງ ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ເປັນຮອງປະທານ ທັງເປັນຜູ້ປະຈໍາການ ຄະນະກໍາມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງວຽງຈັນ, ໃນພິທີຄັ້ງນີ້ ເພື່ອເປັນການຍ້ອງຍໍຊົມເຊີຍການນໍາແຂວງ, ການນໍາເມືອງ ແລະ ຂັ້ນຮາກຖານ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ດ້ວຍຄວາມຮັບຜິດຊອບສູງຕະຫຼອດໄລຍະຜ່ານມາ. ກະຊວງປ້ອງກັນປະເທດໄດ້ຕົກລົງມອບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ແກ່ການນໍາແຂວງວຽງຈັນ ຈຳນວນ 01 ສະຫາຍ, ມອບຫຼຽນໄຊພິລະອາດຫານ ຊັ້ນ III, ໃຫ້ແກ່ການນໍາເມືອງ, ວິຊາການພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ການນໍາບ້ານໜອງພົງໄຕ້ ຈໍານວນ 06 ສະຫາຍ ແລະ ໃບຍ້ອງຍໍ 09 ສະຫາຍ. ໂອກາດອັນສໍາຄັນນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເປັນກຽດໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ການນໍາແຂວງວຽງຈັນແຕ່ລະຂັ້ນຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະ ນະກຳມະການ ປກຊ-ປກສ ແຂວງ ວຽງຈັນ ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກ່ວາເກົ່າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານແຕ່ລະຂັ້ນ, ຕ້ອງເປັນ ເຈົ້າການກໍ່ສ້າງກຳລັງທ້ອງຖິ່ນ ໃຫ້ໜັກແໜ້ນເຂັ້ມແຂງ, ຮັກສາ ຄວາມສາມັກຄີໃຫ້ແໜ້ນແຟ້ນ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກວາງອອກ, ເອົາໃຈໃສ່ເຮັດວຽກງານກໍ່ສ້າງ ຮາກຖານການເມືອງຕາມ 4 ເນື້ອ ໃນ 4 ຄາດ ໝາຍ, ສຸມໃສ່ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ ສະພາບພາຍໃນແຂວງວຽງຈັນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ. ພາບ-ຂ່າວ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ