
ເຈົ້າແຂວງຈຳປາສັກ ມອບເຄື່ອງຊວ່ຍເຫຼືອໃຫ້ ກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2024-06-12 11:59:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1371 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2024 ນີ້, ເຈົ້າແຂວງຈໍາປາສັກ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງຈໍາສັກ. ໃຫ້ກຽດຕາງໜ້າກ່າວມອບໂດຍ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ,ພ້ອມດ້ວຍການນຳຂອງແຂວງ, ກ່າວຮັບໂດຍ ທ່ານ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຮັກສາການເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈໍາປາສັກ, ມີ ພະແນກການຂອງແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ 5 ຫ້ອງ ເຂົ້າຮ່ວມ.
ການມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງຈໍາປາສັກໃນຄັ້ງນີ້ ແມ່ນເຫັນໄດ້ຄວາມໝາຍຄວາມສຳຄັນຂອງໜ້າທີ່ວຽກງານພາຍໃນກົມກອງ. ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີເຄື່ອງກ່ອງນໍ້າ 01 ຊຸດ, ຖັງເກັບນໍ້າ 01 ຖັງ, ແຜ່ນເກັບແສງ(ໂຊລາເຊວ) 02 ແຜ່ນ,ໄດດູດນໍ້າ 01 ຊຸດ ລວມມູນຄ່າທັງໝົດ 42.500.000 ກີບ ( ສີ່ສີບສອງລ້ານຫ້າແສນກີບ ), ເຄື່ອງດັ່ງກ່າວແມ່ນໄດ້ມາຈາກການລະດົມທຶນຈາກພາກສ່ວນຕ່າງໆຂອງຫ້ອງວ່າການແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຫຼັງຈາກນັ້ນຈະໄດ້ມອບໃຫ້ກອງຮ້ອຍທະຫານຊາຍແດນ ເຂດຫ່າງໄກສອກຫຼີກ ເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງກົມກອງ.
ໂອກາດນີ້ ທ່ານ ພົນຈັດຕະວາ ວິລະຕູ່ ວໍລະຈິດ ກໍ່ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ການນຳຂອງແຂວງ ທີ່ຍາມໃດກໍ່ມີຄວາມເປັນຫວ່ງເປັນໃຍຕໍ່ກອງທັບ ເວົ້າລວມ ເວົ້າສະເພາະ ກໍແມ່ນກອງບັນຊາການທະຫານແຂວງຈໍາສັກ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄປມອບໃຫ້ແກ່ກົມກອງທີ່ຢູ່ເຂດຫ່າງໄກສອກຫຼີກ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານ ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ດາວົງ ບຸດຕະວົງ
ພາບ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ