ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ໂຮງຮຽນທະຫານຊາຍແດນ 712 ປິດສົກຮຽນ ປີ 2023-2024
ເວລາອອກຂ່າວ: 2024-06-12 12:03:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1190 | ຄວາມນິຍົມ:



ວັນທີ 11 ມິຖຸນາ 2024 ນີ້, ໂຮງຮຽນທະຫານຊາຍແດນ 712 ປິດຊຸດຮຽນ ກໍ່ສ້າງນາຍທະຫານຊັ້ນກາງ ສາຂາຄຸ້ມຄອງຊາຍແດນຊຸດທີ I, ກໍ່ສ້າງນາຍສິບຄຸ້ມຄອງຊາຍແດນຊຸດທີ VI ແລະ ກໍ່ສ້າງນາຍສິບສືບຂ່າວຊາຍແດນຊຸດທີ I ປະຈໍາສົກຮຽນປີ 2023-2024, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຮັກສາການຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ສະຫາຍ ພັນໂທ ລອນ ແສນດາວເຮືອງ ຮອງຫົວໜ້າພະແນກອົບຮົມ-ກໍ່ສ້າງ ໂຮງຮຽນທະຫານຊາຍແດນ 712 ໄດ້ຜ່ານບົດສະຫຼຸບການອົບຮົມ-ກໍ່ສ້າງນັກຮຽນທັງ 3 ລະບົບ, ປະຈໍາສົກຮຽນປີ 2023-2024 ມີນັກຮຽນທັງໝົດ 160 ສະຫາຍ, ຄື: ກໍ່ສ້າງນາຍທະຫານຊັ້ນກາງ ສາຂາຄຸ້ມຄອງຊາຍແດນ 40 ສະຫາຍ, ກໍ່ສ້າງນາຍສິບຄຸ້ມຄອງຊາຍແດນ 81 ສະຫາຍ ແລະ ກໍ່ສ້າງນາຍສິບສືບຂ່າວຊາຍແດນ 39 ສະຫາຍຕະຫຼອດໄລຍະການສຶກສາຮໍ່າຮຽນ ນັກຮຽນແຕ່ລະສະຫາຍໄດ້ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າ, ມີຄວາມຫ້າວຫັນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມ ຮັບຜິດຊອບສູງ, ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນຢ່າງເປັນລະບົບ, ສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບົດຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ໃນນີ້ ສາມາດຕີລາຄາຜົນໄດ້ຮັບ ຈາກການສອບເສັງຈົບຊັ້ນຄື: ຫ້ອງກໍ່ສ້າງນາຍທະຫານຊັ້ນກາງສາຂາ: ຄຸ້ມຄອງປ້ອງກັນຊາຍແດນ, ວິຊາ ການເມືອງເສັງໄດ້ຂັ້ນດີຫຼາຍ 31 ສະຫາຍເທົ່າກັບ 77,5%, ເສັງໄດ້ຂັ້ນດີ 9 ສະຫາຍ ເທົ່າ ກັບ 22,5%, ວິຊາ ສືບຂ່າວຊາຍແດນ ເສັງໄດ້ຂັ້ນດີຫຼາຍ 34 ສະຫາຍເທົ່າກັບ 85%, ເສັງໄດ້ຂັ້ນດີ 6 ສະຫາຍເທົ່າກັບ 15%, ວິຊາຍຸດທະວິທີປ້ອງກັນຊາຍແດນເສັງໄດ້ຂັ້ນດີຫຼາຍ 26 ສະຫາຍເທົ່າກັບ 65%, ເສັງໄດ້ຂັ້ນດີ 14 ສະຫາຍເທົ່າກັບ 35% ແລະ ວິຊາ ຄອງປ້ອງກັນຊາຍແດນ ເສັງໄດ້ຂັ້ນດີຫຼາຍ 33 ສະຫາຍ ເທົ່າກັບ 82,5%, ເສັງໄດ້ຂັ້ນດີ 7 ສະຫາຍເທົ່າກັບ 17,5%; ຫ້ອງນາຍສິບຄຸ້ມຄອງປ້ອງກັນຊາຍແດນ ວິຊາ ການເມືອງ ເສັງໄດ້ຂັ້ນດີຫຼາຍ 46 ສະຫາຍເທົ່າກັບ 56,79%, ເສັງໄດ້ຂັ້ນດີ 35 ສະຫາຍເທົ່າກັບ 43,20%, ວິຊາ ຍຸດທະວິທີປ້ອງກັນຊາຍແດນ ເສັງໄດ້ຂັ້ນດີຫຼາຍ 54 ສະຫາຍເທົ່າກັບ 66,66%, ເສັງໄດ້ຂັ້ນດີ 27 ສະຫາຍເທົ່າກັບ 33,33% ແລະ ວິຊາຄຸ້ມຄອງປ້ອງກັນຊາຍແດນ ເສັງໄດ້ຂັ້ນດີຫຼາຍ 51 ສະຫາຍເທົ່າກັບ 62,96%, ເສັງໄດ້ຂັ້ນດີ 30 ສະຫາຍເທົ່າກັບ 37,03% ແລະ ຫ້ອງສືບຂ່າວປ້ອງກັນຊາຍແດນ ວິຊາ ການເມືອງ ເສັງໄດ້ຂັ້ນດີຫຼາຍ 22 ສະຫາຍເທົ່າກັບ 56,41%, ເສັງໄດ້ຂັ້ນດີ 17 ສະຫາຍເທົ່າກັບ 43,58% ວິຊາ ກົດໝາຍຊາຍແດນເສັງໄດ້ຂັ້ນດີຫຼາຍ 34 ສະຫາຍເທົ່າກັບ 87,17%, ເສັງໄດ້ຂັ້ນດີ 5 ສະຫາຍເທົ່າກັບ 12,82%, ວິຊາ ຍຸດທະວິທີປ້ອງກັນຊາຍແດນ ເສັງໄດ້ຂັ້ນດີຫຼາຍ 26 ສະຫາຍເທົ່າກັບ 66,66% ເສັງໄດ້ຂັ້ນດີ 13 ສະຫາຍເທົ່າກັບ 33,33%, ສະຫາຍພັນໂທ ສີພອນ ລັດວິໄລ ຫົວໜ້າຂະແໜງພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປະດັບຊັ້ນໃຫ້ນັກຮຽນທັງ 3 ລະບົບຄື: ປະດັບຊັ້ນຮ້ອຍຕີ 37 ສະຫາຍ, ປະດັບຊັ້ນວາທີ 17 ສະຫາຍ ແລະ ປະດັບຊັ້ນສິບເອກ 68 ສະຫາຍ, ຈາກນັ້ນກໍໄດ້ມີພິທີມອບໃບປະກາດສະນີຍະບັດໃຫ້ແກ່ນັກຮຽນ ໂອກາດນີ້, ສະຫາຍພັນເອກ ອຸ່ນຄໍາ ສີແຫວນວົງສັກ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ທີ່ຄະນະພັກ-ຄະນະອຳນວຍການ, ພະນັກງານ-ຄູອາຈານ ແລະ ນັກຮຽນທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງເນັ້ນໜັກໃຫ້ນັກຮຽນແຕ່ລະສະຫາຍພາຍຫຼັງກັບຄືນກົມກອງ ໃຫ້ພວກສະຫາຍຈົ່ງນໍາເອົາທິດສະດີຫຼັກການວຽກງານບັນຊາ ແລະ ວິຊາສະເພາະປ້ອງກັນຊາຍແດນ ທີ່ຄູ-ອາຈານ ຖ່າຍທອດໃຫ້ບັນດາສະຫາຍ ນໍາໄປຈັດຕັ້ງປະຕິບັດໝູນໃຊ້ ຢ່າງມີຫົວຄິດປະດິດສ້າງ ເຂົ້າຢູ່ໃນວຽກງານຕົວຈິງຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍ: ອານຸສອນ ສິມວົງສາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ