ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ຫ້ອງ​ພະລາທິການ ກອງ​ພົນ​ທີ 2 ເທເບ​ຕົງ​ເສີມ​ເຫຼັກ​ເຮືອນ​ຈອດ​ລົດ​ຫຼັງ​ໃໝ່
ເວລາອອກຂ່າວ: 2024-06-13 08:10:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 376 | ຄວາມນິຍົມ:



   ໃນ​ວັນ​ທີ 11 ມິຖຸນາ 2024, ຫ້ອງ​ພະລາທິການ ກອງ​ພົນ​ທີ 2 ໄດ້ສ້າງ​ຂະ​ບວນ​ການ​ອອກແຮງ​ງານ​ລວມ ດ້ວຍ​ການ​ເທເບ​ຕົງ​ເສີມ​ເຫຼັກ​ພື້ນ​ເຮືອນມ້ຽນ​ລົດ​ຫຼັງ​ໃໝ່, ໂດຍ​ການ​ນຳພາ​ ຂອງ​ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ​ພະລາທິການ ພ້ອມ​ດ້ວຍ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ.     ເຮືອນມ້ຽນ​ລົດ​ດັ່ງກ່າວ ມີ​ເນື້ອ​ທີ່ 8x30 ແມັດ ລວມ​ມູນ​ຄ່າ 175.000.000 ກີບ ທັງ​ນີ້, ເພື່ອ​ເປັນ​ການ​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ໃຫ້​ແໜ້ນໜາ​ຖາວອນ, ທັງ​ເປັນ​ການ​ອອກແຮງ​ງານ​ລວມ ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ ​ຂອງ​ຊາດ, ຂອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄືສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຊິກ​ພັກ ກອງ​ພົນ​ທີ 2 ຄັ້ງ​ທີ VII ໃຫ້​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ເລິກເຊິ່ງ. ໂດຍ: ອາ​ນຸ​ສັກ ອຳ​ພັນ​ວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ