
ພະແນກເສນາ-ອົບຮົມ ສູນເຝິກອົບຮົມ ກອງພົນທີ 3 ມອບ-ຮັບໜ້າທີ່ ຫົວໜ້າຂະແໜງບໍລິຫານ
ເວລາອອກຂ່າວ: 2024-06-13 08:12:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 361 | ຄວາມນິຍົມ:
ວັນທີ 6 ມິຖຸນາ 2024, ພະແນກເສນາ-ອົບຮົມ ສູນເຝິກອົບຮົມ ກອງພົນທີ 3 ໄດ້ມອບ-ຮັບ ໜ້າທີ ່ຫົວໜ້າຂະແໜງບໍລິ ຫານ ລະຫວ່າງ ສະຫາຍ ພັນໂທ ບຸນເນີນ ແສນນູນ ຫົວໜ້າຂະແໜງບໍລິຫານ (ຜູ້ເກົ່າ) ແລະ ສະຫາຍ ພັນຕີ ບຸນທະວີ ໄມສານ ຫົວໜ້າຂະແໜງບໍລິຫານ (ຜູ້ໃໝ່), ໂດຍການເປັນປະທານຂອງສະຫາຍ ພັນໂທ ທະວີແສງ ອິນສຸຫວັດ ຫົວໜ້າພະແນກເສ ນາ-ອົບຮົມ ສູນເຝິກອົບຮົມ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ຂະແໜງການ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນເນີນ ແສນນູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ໃນຂົງເຂດວຽກງານບໍລິຫານ, ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ໄດ້ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ນຳພາ-ຊີ້ນຳພະນັກງານ-ນັກຮົບ ເຮັດສຳເລັດໜ້າທີ່ ທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີຕະຫຼອດມາ. ພ້ອມທັງ, ໄດ້ລົງນາມບົດບັນທຶກການ ມອບ-ຮັບ ໜ້າທີ່ໃຫ້ ສະຫາຍ ພັນຕີ ບຸນທະວີ ໄມສານ ສືບຕໍ່ນຳພາ-ຊີ້ນຳ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຕໍ່ໄປ.
ສະຫາຍ ພັນໂທ ທະວີແສງ ອິນສຸຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ທີ່ຜູ້ເກົ່າໄດ້ເຄື່ອນໄຫວວຽກງານບໍລິຫານ, ວຽກງານການເມືອງ ແລະ
ເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ພ້ອມທັງ, ຮຽກຮ້ອງຜູ້ທີ່ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ ນຳພາ-ຊີ້ນຳໃນຂົງເຂດວຽກງານບໍລິຫານ, ວຽກງານການເມືອງຂອງຂະແໜງ ເວົ້າລວມ, ເວົ້າສະເພາະ ສືບຕໍ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ນັກຮົບ ໃຫ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່ແນວທາງ ຂອງພັກ, ກົດໝາຍຂອງລັດ ກໍຄືຂໍ້ກຳນົດ, ກົດລະ ບຽບຂອງກົມກອງວາງອອກຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ສຸວິໄລ ຄຳສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ