ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງ​ພົນ​ທີ 4 ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ-ນັກຮົບ​ ທີ່​ເສຍ​ຊີວິດ
ເວລາອອກຂ່າວ: 2024-06-13 08:14:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



​ວັນ​ທີ 11 ມິຖຸນາ 2024, ຢູ່​ທີ່​ຫ້ອງ​ປະຊຸມ ​ກອງ​ພົນ​ທີ 4 ໄດ້ ມອບ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ພະນັກງານ​ທີ່​ເສຍ​ຊີວິດ ​ງວດ​ທີ​ 2 ​ປະຈຳ​ປີ 2024, ໂດຍ​ການ​ເປັນ​ປະທານ ​ຂອງສະຫາຍ ພັນ​ເອກ ຈັນ​ແດງ ຂຸນ​ຍຸ​ລາດ ຫົວໜ້າ​ຫ້ອງ​ການເມືອງ ​ກອງ​ພົນ​ທີ 4, ມີ​ພະແນກການ​ທີ່​ກ່ຽວຂ້ອງ​ ພ້ອມ​ດ້ວຍ​​ຕາງໜ້າ​ຄອບຄົວ​ພະນັກງານ​ຜູ້​ທີ່​ເສຍ​ຊີວິດ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ພິທູນ ບຸນ​ມາລາ ຫົວໜ້າ​ພະ​ແນກປະກັນ​ສັງຄົມ ຫ້ອງ​ການເມືອງ ກອງ​ພົນທີ 4 ໄດ້​ກ່າວ​ວ່າ: ການ​ຄິດໄລ່​ເງິນ​ອຸດ​ໜູນ​ໃຫ້​ແກ່​ພະນັກງານ-ນັກຮົບ​ທີ່​ເສຍ​ຊີວິດ​ນີ້ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ ​ການ​ປະກັນ​ສັງຄົມ ແລະ ອີງໃສ່​ພາລະ​ບົດບາດ, ໜ້າທີ່​ການເມືອງ​ຂອງ​ກອງທັບ​ປະຊາຊົນ​ລາວ. ສຳລັບ​ການ​ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ໃນ​ຄັ້ງ​ນີ້​ ປະກອບ​ດ້ວຍ​ພະນັກງານ​ເສຍ​ຊີວິດ 9 ສະຫາຍ, ເມຍ​ຂອງ​ພະນັກງານ​ ເສຍ​ຊີວິດ 2 ສະຫາຍ ແລະ ລູກ​ຂອງ​ພະນັກງານ​ເສຍ​ຊີວິດ 1 ສະ ຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 825.858.719 ກີບ. ໂອກາດ​ນີ້, ສະຫາຍ ພັນ​ເອກ ຈັນ​ແດງ ຂຸນ​ຍຸ​ລາດ ໄດ້​​ໂອ້​ລົມ​ຕໍ່​ຄອບຄົວ​ພະນັກງານ-ນັກຮົບ ທີ່​ເສຍ​ຊີວິດ​ ໃຫ້​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ຢ່າງ​ເລິກເຊິ່ງ ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ກໍ​ຄື​ແນວທາງ​ນະໂຍບາຍ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ທີ່​ມີ​ຕໍ່​ນາຍ ແລະ ພົນທະຫານ​ທົ່ວ​ກອງທັບ​ປະຊາຊົນ​ລາວ ເວົ້າ​ລວມ, ເວົ້າ​ສະເພາະ ​ແມ່ນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ ກອງ​ພົນ​ທີ 4 ທີ່​ມີ​ຕໍ່​ຄອບຄົວ​ພະນັກງານ​ທີ່​ເສຍ​ຊີວິດ​ເຊິ່ງ​ແຕ່​ລະ​ສະຫາຍ​ມີ​ຄຸນງາມ ຄວາມດີ, ມີ​ຜົນງານ​ທີ່​ດີເດັ່ນ ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ, ສ້າງ​ກຳລັງ​ໃນ​ກອງທັບ​ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ຕະຫຼອດ​ໄລຍະ​ທີ່​ດຳລົງ​ຊີວິດ​ຢູ່​ໃນ​ກົມ​ກອງ​ຂອງ​ຕົນ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​​ຄອບຄົວ​ພະນັກງານ-ນັກຮົບ ທີ່​ເສຍ​ຊີວິດ​ ຈົ່ງ​ພ້ອມ​ກັນ​ນຳ​ໃຊ້​ເງິນ​ຈຳນວນ​ດັ່ງກ່າວ​ເຂົ້າ​ໃນ​ວຽກ​ງານ​ທີ່​ຈຳເປັນ​ຂອງ​ຄອບຄົວ​ເພື່ອ​ປັບປຸງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບ ຄົວ​ໃຫ້​ນັບ​ມື້​ດີ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ