ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ ສນຫລ ເຄື່ອນ​ໄຫວ​ເຮັດວຽກ​ ຢູ່​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ
ເວລາອອກຂ່າວ: 2024-06-13 08:17:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ສະຫາຍ ພັນ​ເອກ ບົວ​ຄຳ ຄູນ​ມີ​ສຸກ ຫົວໜ້າ ກົມ​ຈັດ​ຕັ້ງ-ພະນັກງານ ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ (ສນຫລ) ພ້ອມ​ດ້ວຍ​ຄະນະ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ໃຫ້ການ​ຕ້ອນຮັບ ຂອງ​ສະຫາຍ ພັນ​ໂທ ທອງ​ພຸດ ສຸວັນນະລາດ ຮອງ​ປະທານ​ສະຫະພັນ​ ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ດ້ວຍ​ບັນດາ​ຫົວໜ້າ-ຮອງຫົວໜ້າ​ຂະແໜງ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບົວ​ຄຳ ຄູນ​ມີ​ສຸກ ໄດ້​ກ່າວ​ຈຸດປະສົງໃນ​ການເຄື່ອນໄຫວ​ໃນ​ຄັ້ງ​ນີ້ ໂດຍ​ແນໃສ່​ບັນດາ​ວຽກ​ງານ​ທີ່​ສຳຄັນ​ຄື: ວຽກ​ງານ​ກະກຽມ​ກອງ ​ປະຊຸມ​ໃຫຍ່ 3 ຂັ້ນ​ຄື: ຂັ້ນ​ແຂວງ, ຂັ້ນ​ເມືອງ ແລະ ຂັ້ນ​ໜ່ວຍ​ຮາກ​ຖານ​ບ້ານ, ວຽກ​ງານ​ບຸກ​ຄະລາ​ກອນ​ກະກຽມ​ໃສ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ວຽກ​ງານ​ສະຖິຕິ​ ຂອງ​ສະຫະພັນ​ນັກຮົບ​ເກົ່າ​ພາຍ​ໃນ​ແຂວງ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ທອງ​ພຸດ ສຸວັນນະ​ລາດ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ແລະ ການເຄື່ອນໄຫວ ຂອງ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ຫຍໍ້: ໃນ​ຊຸມ​ປີຜ່ານມາ, ຄະນະ​ບໍລິຫານ​ງານ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ ໄດ້​ອອກແຮງ​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່​ຕາມ​ພາລະ​ບົດບາດ ໃນ​ການ​ເຮັດ​ໜ້າທີ່​ຂົນຂວາຍ​ໂຄສະນາ​ສຶກ​ສາ​ອົບຮົມ, ຄຸ້ມ​ຄອງ​ດູ​ແລ, ຊ່ວຍເຫຼືອ​ເບິ່ງແຍງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ອົງການ​ນັກຮົບ​ເກົ່າ, ສາມາດ​ເຊີດ​ຊູ​ໄດ້​ບົດບາດ​ຂອງ​ນັກຮົບ​ເກົ່າ​ພົ້ນ​ເດັ່ນ​ໃນ​ທົ່ວ​ສັງຄົມ, ໄດ້​ຈັດ​ຕັ້ງ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂັ້ນ​ໜ່ວຍ​ຮາກ​ຖານ​ບ້ານ​ສຳເລັດ​ໃນ​ທົ່ວ​ແຂວງ ແລະ ໃນ​ຕົ້ນ​ປີ 2024 ນີ້, ໄດ້​ເຄື່ອນ​ໄຫວ​ຊຸກຍູ້​ການ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂັ້ນ​ເມືອງ ເພື່ອ​ໃຫ້​ສຳເລັດ​ໃນ​ທ້າຍ​ປີ 2024 ນີ້, ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ບໍ​ລິ​ຄຳ​ໄຊ ປະກອບ​ດ້ວຍ​ສະຫະພັນ​ນັກຮົບ​ເກົ່າ​ 7 ເມືອງ, ມີ​ໜ່ວຍ​ນັກຮົບ​ເກົ່າ ຈຳນວນ 197 ໜ່ວຍ, ມີ​ສະມາຊິກ​ນັກຮົບ​ເກົ່າ​ທັງ​ໝົດ 4.687 ສະຫາຍ, ຍິງ 402 ສະຫາຍ, ໃນ​ປີ 2023 ຜ່ານ​ມາ​ ສາມາດ​ສ້າງ​ເປັນ​ໜ່ວຍ 3 ດີ 6 ຮັກສາ ໄດ້ 127 ໜ່ວຍ ເທົ່າ​ກັບ 64,19 %, ບຸກຄົນ 3 ດີ 6 ຮັກສາ ຈຳນວນ 2.868 ສະຫາຍ ເທົ່າ​ກັບ 57,55 %. ໂດຍ: ໄຕ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ