ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ສຳເລັດ​ການ​ອົບຮົມ ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ປະຈຳ 6 ເດືອນ​ຕົ້ນ​ປີ 2024
ເວລາອອກຂ່າວ: 2024-06-13 08:18:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ໃນບໍ່ດົນຜ່ານ​ມາ​ນ້ີ, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ​ໄດ້​ສຳເລັດການ​ອົບຮົມ​ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ປະຈຳ 6 ເດືອນ​ຕົ້ນ​ປີ 2024, ໂດຍ​ການ​ຂຶ້ນ​ຫ້ອງ ​ຂອງ​ສະຫາຍ ພັນ​ໂທ ບຸນ​ມີ ໄຕ​ໄຊ​ຍະ​ວົງ ຫົວໜ້າ​ຫ້ອງ​ການເມືອງ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ພ້ອມ​ຄະນະ, ມີພະ ນັກງານ​ຫຼັກ​ແຫຼ່ງ​ທົ່ວ​ໂຮງຮຽນເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ມີ ໄຕ​ໄຊ​ຍະ​ວົງ ໄດ້​ເຜີຍແຜ່​ເອກະສານ ເຊິ່ງ​ເອກະສານ​ທີ່​ນຳ​ມາ​ອົບຮົມ​ຄັ້ງ​ນີ້​ລວມ​ມີ 10 ບົດ​ຄື: ພັກ​ປະຊາຊົນ​ປະຕິວັດ​ລາວ ຈັດ​ຕັ້ງ​ນຳພາ​ກອງທັບ​ປະຊາຊົນ​ລາວ, ວຽກ​ງານ​ພັກ-ວຽກ​ງານ​ການເມືອງ ໃນ​ການ​ກຽນ​ພ້ອມ​ສູ້​ຮົບ, ວຽກ​ງານ​ພັກ-ວຽກ​ງານ​ການເມືອງ​ໃນ​ເວລາ​ສູ້​ຮົບ​ບຸກ​ຕີ, ວຽກ​ງານ​ພັກ-ວຽກງ​​ານ​ການເມືອງ​ໃນ​ເວລາ​ສູ້​ຮົບ​ຈັ້ງ​ທ່າ, ວຽກ​ງານ​ພັກ-ວຽກງ​​ານ​ການເມືອງ​ໃນ​ການ​ອົບຮົມ-ຫັດ​ແອບ​ການ​ທະຫານ, ວຽກ​ງານ​ພັກ-ວຽກ​​ງານ​ການເມືອງ​ໃນ​ການ​ປັບປຸງ​ລະບຽບ​ແບບແຜນ, ວຽກ​ງານ​ພັກ-ວຽກງ​​ານ​ການເມືອງ​ໃນ​ການ​ຄຸ້ມ​ຄອງ-ບົວລະບັດ ແລະ ນຳ​ໃຊ້​ອາວຸດ​ກະ​ສຸນ, ວັດຖຸ-ພາຫະນະ​ເຕັກນິກ, ວຽກ​ງານ​ພັກ-ວຽກ​​ງານ​ການເມືອງ​ໃນ​ການ​ເບິ່ງແຍງ​ຊີວິດ​ການ​ເປັນ​ຢູ່​ ຂອງ​ນາຍ ແລະ ພົນທະຫານ, ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ ຕິດ​ພັນ​ກັບ​ການ​ຕ້ານປະກົດ​ການ​ຫຍໍ້ທໍ້​ໃນ​ກົມ​ກອງ. ຈຸດປະສົງ ​ເພື່ອ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ອົງການ​ການເມືອງ​ແຕ່​ລະ​ຂັ້ນ ແລະ ພະນັກງານ​ການເມືອງ​ຢູ່​ບັນດາ​ອົງການ, ກົມ​ກອງ ກໍ​ຄື​ພະນັກງານ, ສະມາຊິກ​ພັກ, ນັກຮົບ ໃນ​ທົ່ວ​ໂຮງຮຽນ ເຊື່ອມ​ຊຶມ​ກຳ​ແໜ້ນ ບັນດາ​ແນວ ທາງ​ນະໂຍບາຍ, ມະຕິ​, ຄຳ​ສັ່ງ​ຕ່າງໆ​ ຂອງ​ພັກ, ຂໍ້​ກຳນົດ, ກົດ​ລະບຽບ ​ຂອງ​ກອງທັບ, ກົດໝາຍ​ຂອງ​ລັດ, ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ ແລະ ຂອງ​ກົມ​ກອງ​ຢ່າງ​ທົ່ວ​ເຖິງ ທັງ​ເປັນ​ການ​ສືບຕໍ່​ປັບປຸງ​ບັນດາ​ອົງການ, ກົມ​ກອງ​ໃຫ້​ມີ​ຄວາມ​ສະຫງົບ, ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ຍົກ​ສູງ​ທັດສະນະ​ຫຼັກ​ໝັ້ນ, ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຄວາມ​ຈົງ​ຮັກ​ພັກດີ, ຄວາມ​ຊື່ສັດ​ບໍລິສຸດ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ