ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກອງພັນ​ໃຫ​​ຍ່ 661 ເຂົ້າ​ຊົມ​ງານ​ວາງສະແດງ​ຮູບ​ພາບ ສະເຫຼີມສະຫຼອງ​ວັນ​ໄຊຊະນະ​ບັ້ນ​ຮົບ​ດຽນ​ບຽນ​ຝູ ຄົບຮອບ 70 ປີ
ເວລາອອກຂ່າວ: 2024-06-13 08:20:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:



ວັນ​ທີ 6 ມິຖຸນາ 2024 ນີ້, ກອງພັນ​ໃຫຍ່ 661 ໄດ້​ນຳພາ​ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ ຈຳນວນ 30 ສະຫາຍ ​ເຂົ້າ​ຮັບ​ຊົມ​ງານ​ວາງສະແດງ​ຮູບ​ພາບ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ໄຊຊະນະ ບັ້ນ​ຮົບ​ດຽນ​ບຽນ​ຝູ ຄົບຮອບ 70 ປີ (7 ພຶດສະພາ 1954-7 ພຶດສະພາ 2024) ຢູ່​ທີ່​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ​ປະຊາຊົນ​ລາວ, ນຳພາ​ໂດຍ ສະຫາຍ ພັນ​ຕີ ອຸ່ນ​ເຮືອນ ດາລາ​ທິບ ຮອງ​ຫົວໜ້າ​ພະ​​ແນກ​ການເມືອງ ກອງພັນ​ໃຫຍ່ 661 ພ້ອມ​ດ້ວຍ​ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ​ເຂົ້າ​ຮ່ວມ​. ຈຸດປະສົງ​ ຂອງ​ການ​ເຂົ້າ​ຮັບ​ຊົມ​ງານ​ວາງສະແດງ​ຮູບ​ພາບ​ໃນ​ຄັ້ງ​ນີ້ ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ໄຊຊະນະ​ບັ້ນ​ຮົບ​ດຽນ​ບຽນ​ຝູ ຄົບຮອບ 70 ປີ ໃຫ້​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ທັງ​ຖື​ເອົາ​ໂອກາດ​ນີ້​ເປັນ​ການ​ປຸກລະດົມ​ແນວ​ຄິດ​ຈິດໃຈ​ຂອງ​ພະນັກງານ-ນັກຮົບ​ໄດ້​ຮຽນ​ຮູ້​ເຖິງ​ມູນເຊື້ອ​ທາງ​ດ້ານ​ປະຫວັດສາດ, ມູນເຊື້ອ​ຮ່ວມ​ສຳພັນ​ສູ້​ຮົບ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ຜົນງານ​ໄຊຊະນະ​ບັ້ນ​ຮົບ​ດຽນ​ບຽນ​ຝູ ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ຣິ​ກາ​ຢູ່​ພາກ​ໃຕ້​ຫວຽດນາມ, ໄຊຊະນະ​ດຽນ​ບຽນ​ຝູ ແລະ ໄຊຊະນະ​ໃນ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ຂອງ​ປະຊາຊົນ​ຫວຽດນາມ, ລາວ ແລະ ກຳປູເຈຍ ​ເປັນ​ເທື່ອ​ທຳ​ອິດ​ທີ່​ໄດ້​ເຮັດ​ໃຫ້​ລັດທິ​ລ່າ​ເມືອງ​ແບບ​ເກົ່າ​ຖືກ​ພັງ​ທະ​ລາຍ​ລົງ​ຢູ່​ໃນ​ໂລກ, ໄຊຊະນະ​ດັ່ງກ່າວ​ຍັງ​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ, ທັງ​ເປັນ​ແວ່ນ​ແຍງ​ທີ່​ໃສ​ແຈ້ງ​ໃຫ້​ແກ່​ບັນ ດາ​ປະຊາຊາດ​ທີ່​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ ໄດ້​ລຸກຂຶ້ນ​ຕໍ່ສູ້​ຕ້ານ​ກັບ​ການ​ກົດ​ຂີ່​ຂູດ​ຮີດ ແລະ ແອກ​ປົກຄອງ​ເມືອງ​ຂຶ້ນ​ແບບ​ເກົ່າ​ຢູ່​ຫຼາຍ​ບ່ອນ​ໃນ​ທົ່ວ​ໂລກ ເປັນ​ການ​ປະກອບສ່ວນ​ອັນ​ສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ອັນ​ຍິ່ງ​ໃຫຍ່​ຂອງ​ມວນ​ມະນຸດ​ທີ່​ກ້າວໜ້າ​ເພື່ອ​ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ,ໄຊຊະນະ​ດຽນ​ບຽນ​ຝູ ເປັນຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ. ໂດຍ: ໄຊ​ສະຫວາດ ສົມ​ພັນທະ​ມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ