
ເຮັດທຸລະກິດຮ້ານອາຫານ ສາມາດ ສ້າງລາຍຮັບໄດ້ 300 ລ້ານກວ່າກີບຕໍ່ປີ
ເວລາອອກຂ່າວ: 2024-06-13 08:27:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:
ຄອບຄົວ ສະຫາຍ ພັນໂທ ນາງ ວິໄລພອນ ທອງສະຫວັນ ຫົວໜ້າພະແນກບໍລິຫານ ຫ້ອງພະລາທິການ ກອງບັນຊາການທະຫານແຂວງໄຊສົມບູນ ແມ່ນໜຶ່ງໃນຄອບຄົວຕົວແບບດ້ານການສ້າງເສດຖະກິດຄອບຄົວ ດ້ວຍການເຮັດທຸລະກິດຮ້ານອາ ຫານ ສາມາດສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ໄດ້ 300 ລ້ານກວ່າກີບຕໍ່ປີ.
ສະຫາຍ ພັນໂທ ນາງ ວິໄລພອນ ທອງສະຫວັນ ອາຍຸ 50 ປີ, ມີຖິ່ນກຳເນີດທີ່ບ້ານສຳພັນ ເມືອງ ແລະ ແຂວງຫຼວງພະບາງ ໄດ້ເລົ່າສູ່ຟັງວ່າ: ພາຍຫຼັງທີ່ໄດ້ເຂົ້າເປັນທະຫານ ໃນປີ 1995, ມາຮອດປີ 1998 ໄດ້ສ້າງຄອບຄົວກັບ ສະຫາຍ ບຸນຊຸມ ສີບຸນພອນ ແລະ ມີລູກຮ່ວມກັນ 2 ຄົນ, ປັດຈຸບັນຢູ່ບ້ານຜາສະຫງົບ ເມືອງອະນຸວົງ ແຂວງໄຊສົມບູນ, ໃນເບື້ອງຕົ້ນການໃຊ້ຊີວິດຂອງຄອບຄົວພົບ ຄວາມຫຍຸ້ງຍາກຫຼາຍດ້ານອາ ໄສແຕ່ເງິນເດືອນ ແມ່ນບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ໃນການໃຊ້ຈ່າຍຊີວິດປະຈຳວັນ. ໂດຍໄດ້ປະຕິບັດຕາມ ແນວທາງນະໂຍບາຍຂອງພັກ-ລັດ ກໍຄື ທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດັ່ງນັ້ນ, ຄອບຄົວຈຶ່ງໄດ້ປຶກສາຫາລືກັນ ເພື່ອຊອກຫາ ອາຊີບເສີມດ້ວຍການເຮັດຮ້ານ ອາຫານ ເນື່ອງຈາກວ່າຕົນເອງ ໄດ້ຮຽນຈົບວິຊາປຸງແຕ່ງຢູ່ໂຮງ ແຮມລາດຊະວົງມາແລ້ວ, ບວກ ໃສ່ຄວາມມັກຮັກທາງດ້ານການ ບໍລິການ, ອີກຢ່າງໜຶ່ງ ໃນໄລຍະ ນັ້ນຮ້ານອາຫານຢູ່ໃນເທສະ ບານເມືອງອະນຸວົງ ກໍມີໜ້ອຍ ເພາະວ່າເປັນເມືອງສ້າງຕັ້ງໃໝ່ ແລະ ກຳ ລັງໄດ້ຮັບການພັດທະນາ, ມາຮອດປີ 2015 ຈຶ່ງໄດ້ຕັດສິນໃຈສ້າງຮ້ານອາຫານ ໂດຍມີຊື່ວ່າ: ຮ້ານອາຫານ ສົມວິໄລ, ພາຍຫຼັງສ້າງຕັ້ງຂຶ້ນ ໄດ້ໝູນໃຊ້ປະສົບການ ແລະ ບົດຮຽນທີ່ໄດ້ຮຽນມາເຂົ້າໃນການບໍລິການຮ້ານອາ ຫານ, ສຳລັບແຮງງານຕົ້ນຕໍໃນການເຮັດອາຫານ ນອກຈາກຕົນ ເອງແລ້ວ ຍັງມີສາມີ ແລະ ອ້າຍເອື້ອຍນ້ອງຄົນຮັກແພງມາຊ່ວຍ ໃນແຕ່ລະວັນ (ຖ້າມີແຂກຫຼາຍ), ສ່ວນແຫຼ່ງວັດຖຸດິບແມ່ນຈະມີລູກຄ້າມາສົ່ງໃຫ້ຢູ່ຮ້ານເລີຍ, ໂດຍຈະເນັ້ນວັດຖຸດິບຈາກທຳມະຊາດເປັນຫຼັກ, ເພາະວ່າທາງຮ້ານອາ ຫານແມ່ນຈະເນັ້ນປະເພດອາ ຫານແບບພື້ນບ້ານຂອງລາວ ເປັນຕົ້ນແມ່ນ ປະເພດກ້ອຍ, ແກງ, ທອດ, ຂົ້ວ, ເສັ້ນ ແລະ ເຄື່ອງດື່ມ. ນອກນັ້ນ, ຍັງມີອາຫານຕາມສັ່ງ ແລະ ບໍລິການນອກສະຖານທີ່, ຮັບຈັດງານລ້ຽງ, ງານດອງ, ງານສ້າງສັນຕ່າງໆ ຕື່ມອີກ ຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ລາຄາອາຫານເລີ່ມຕົ້ນແມ່ນ 50.000-180.000 ກີບ, ສຳລັບເມນູທີ່ລູກຄ້ານິຍົມຊົມຊອບ ແລະ ເປັນເອກະລັກຂອງຮ້ານແມ່ນປະເພດກ້ອຍປາ, ແກງປາ, ເອາະ, ອ່ອມ, ຕົ້ມໄກ່ໃສ່ສະໝູນໄພ ແລະ ອາຫານຕາມສັ່ງແບບພື້ນບ້ານທ້ອງຖິ່ນ ນອກນີ້, ຍັງມີເຝີ, ເຂົ້າປຽກ ແລະ ອື່ນໆ. ໂດຍສະເລ່ຍປີໜຶ່ງສາມາດສ້າງລາຍຮັບໄດ້ 300 ລ້ານກວ່າກີບ.
ໃນຜ່ານມາ ຮ້ານອາຫານ ສົມວິໄລ ຍັງໄດ້ເຂົ້າປະກວດລາຍການອາຫານ ໃນງານເທສະ ການ ແຂວງໄຊສົມບູນ ປີ 2022 ເຊິ່ງຮ້ານອາຫານ ສົມວິໄລ ສາ ມາດຍາດໄດ້ລາງວັນທີ II ແລະ ທີ III, ໄດ້ຮັບໃບຍ້ອງຍໍເປັນຄອບຄົວຕົວແບບ, ຄອບຄົວວັດທະນະທຳ, ຄອບຄົວປ້ອງກັນຊາດເຂັ້ມແຂງ, ຄອບຄົວປອດຄະດີ ແລະ ໃບຍ້ອງຍໍປະເພດຕ່າງໆ ຈຳນວນໜຶ່ງ.
ສະຫາຍ ພັນໂທ ນາງ ວິໄລພອນ ທອງສະຫວັນ ໃຫ້ຮູ້ຕື່ມວ່າ: ໃນຕໍ່ ໜ້ານີ້ ຮ້ານອາຫານ ສົມວິໄລ ຈະມີແຜນປັບປຸງສະຖານທີ່ຮ້ານອາຫານໃຫ້ກວ້າງຂວາງກວ່າເກົ່າ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ແລະ ຈະເນັ້ນການບໍລິການໃຫ້ວ່ອງໄວ, ສະ ອາດ, ລົດຊາດແຊບ ຖືກໃຈລູກຄ້າ. ສະຫາຍ ຍັງໄດ້ເຊີນຊວນ
ແຂກທັງພາຍໃນ ແລະ ຕ່າງປະ ເທດທີ່ເດີນທາງໄປ-ມາ ຜ່ານແຂວງໄຊສົມບູນ ສາມາດແວ່ຊີມລົດຊາດອາຫານຢູ່ຮ້ານອາຫານ ສົມວິໄລ, ຮ້ານຕັ້ງຢູ່ບ້ານຜາສະ ຫງົບ ເມືອງອະນຸວົງ ແຂວງໄຊສົມບູນ, ເປີດບໍລິການທຸກວັນ, ເລີ່ມແຕ່ເວລາ 6:30 ໂມງ ຫາ 22:00 ໂມງ.
ໂດຍ: ບິກໄຊ ສົມພູ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ