ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານແຂວງບໍລີຄຳໄຊ ແລະ ກອງບັນຊາການທະຫານແຂວງຮ່າຕິ່ງ ສສ ຫວຽດນາມ ແລກປ່ຽນບົດຮຽນຮອບດ້ານນຳກັນ
ເວລາອອກຂ່າວ: 2019-05-15 09:15:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1926 | ຄວາມນິຍົມ:



ໃນວັນທີ 6 ພຶດສະພາ 2019 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມ ແລກປ່ຽນບົດຮຽນຮອບດ້ານກັບ ກອງບັນຊາການທະຫານແຂວງ ຮ່າຕິ່ງ ສສ ຫວຽດນາມຂຶ້ນ, ໂດຍ ການເຂົ້າຮ່ວມຂອງ ສະຫາຍ ພົນ ຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງບໍລິຄຳໄຊ ແລະ ສະ ຫາຍ ພັນເອກ ເຈີນວັນເຊີນ ກຳ ມະການຄະນະປະຈຳພັກແຂວງຫົວໜ້າກອງບັນຊາການທະຫານ ແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະທັງສອງຝ່າຍເຂົ້າ ຮ່ວມ. ໃນກອງປະຊຸມທັງສອງຝ່າຍ ໄດ້ລາຍງານສະພາບການດ້ານ ຕ່າງໆໃຫ້ກັນແລະກັນຊາບ ພ້ອມ ທັງຕີລາຄາຄືນບັນດາໝາກຜົນທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານ ມາ ເປັນຕົ້ນແມ່ນການແລກປ່ຽນ ຂໍ້ມູນຂ່າວສານກ່ຽວກັບສະພາບ ການເຄື່ອນໄຫວຕອບຕ້ານອິດ ທິກຳລັງປໍລະປັກຮ່ວມມືກັນ ຕ້ານການຄ້າຂາຍເຖື່ອນຢູ່ໃນບໍລິເວນຊາຍແດນຂອງສອງປະ ເທດ, ສາມາດຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ ວັດທະນະທຳສັງຄົມມີຄວາມສະ ຫງົບເສດຖະກິດມີການຂະ ຫຍາຍຕົວເຮັດໃຫ້ເສັ້ນຊາຍ ແດນມີສັນຕິພາບ ມິດຕະພາບ ແລະ ຂະຫຍາຍຕົວດີຂຶ້ນກ່ວາເກົ່າ, ກອງບັນຊາການທະຫານແຂວງ ບໍລິຄຳໄຊຈະສືບຕໍ່ຮ່ວມມືໃນການ ເກັບກຳຂໍ້ມູນ ແລະ ຂຸດຄົ້ນອັດ ຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ຂອບ ເຂດແຂວງບໍລິຄຳໄຊກັບຄືນປະ ເທດໃຫ້ໄດ້ຮັບໝາກຜົນສູງ, ໃນກອງປະຊຸມຝ່າຍທະຫານ ແຂວງບໍລິຄຳໄຊຍັງໄດ້ສະເໜີ ໃຫ້ຝ່າຍກອງບັນຊາການທະຫານ ແຂວງ ຮ່າຕິງຊ່ວຍກໍ່ສ້າງພະນັກ ງານທີ່ເຮັດວຽກງານພະລາທິ ການ-ເຕັກນິກຈຳນວນ 20 ສະ ຫາຍ, ຊ່ວຍເຫຼືອກໍ່ສ້າງປັບປຸງ ໂຮງໝໍ 30 ຕຽງ, ຊ່ວຍເຫຼືອທຶນກໍ່ ສ້າງແພດຊັ້ນສູງ ຫຼື ປະລີນຍາຕີ 1-2 ທຶນ ແລະ ສືບຕໍ່ຊ່ວຍເຫຼືອ 2 ທຶນເພື່ອຮຽນພາສາຫວຽດນາມ ທີ່ໂຮງຮຽນວິທະຍາໄລຮ່າຕິ່ງ, ສືບຕໍ່ຮ່ວມມືອຳນວຍຄວາມສະ ດວກໃນການກໍ່ສ້າງປັບປຸງສະ ຖານທີ່, ເຮືອນນອນໃຫ້ໜ່ວຍ ປະຕິບັດງານພິເສດແຂວງຮ່າ ຕິ່ງ ໃຫ້ສຳເລັດຕາມແຜນການ, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ຍັງໄດ້ຍີນດີຊ່ວຍເຫຼືອ ທືນຮຽນພາສາລາວໃຫ້ແກ່ພະ ນັກງານກອງບັນຊາການທະ ຫານແຂວງຮ່າຕິ່ງ 1-2 ທຶນ ເພື່ອ ໄປສຶກສາຢູ່ມະຫາວິທະຍາໄລ ແຫ່ງຊາດ, ກອງປະຊຸມດັ່ງກ່າວ ທັງສອງຝ່າຍຍັງຈະໄດ້ເປັນເອກະ ພາບສືບຕໍ່ດຳເນີນກອງປະຊຸມ ແລກປ່ຽນບົດຮຽນໃນປີຕໍ່ໄປ ເຊິ່ງ ຈະຈັດຂຶ້ນທີ່ກອງບັນຊາການທະ ຫານແຂວງຮ່າຕິ່ງ ສສ ຫວຽດ ນາມ ເປັນເຈົ້າພາບໃນປີ 2020. ໂດຍ: ນາງນ້ອຍ ບານທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ