ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກພຊ ມອບເງິນນະໂຍບາຍໃຫ້ແກ່ຄອບຄົວພະນັກງານທີ່ເສຍຊີວິດ
ເວລາອອກຂ່າວ: 2018-11-19 09:49:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:



ກຸ່ມບໍລິສັດລັດພັດທະນາຊົນ ນະບົດໃໝ່ ໄດ້ຈັດພິທີມອບເງິນ ນະໂຍບາຍໃຫ້ແກ່ຄອບຄົວພະນັກ ງານທີ່ເສຍຊີວິດ ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 2 ພະຈິກ 2018 ທີ່ຜ່ານ ມາ, ໂດຍການເປັນປະທານຂອງ ພັນໂທ ແພງສີ ເສັງວິໄຊ ຮອງເລ ຂາຄະນະພັກ-ຮອງອຳນວຍການ ໃຫຍ່ກຸ່ມບໍລິສັດລັດພັດທະນາຊົນ ນະບົດໃໝ່, ມີຫົວຫນ້າພະແນກ ການເມືອງ ຫົວໜ້າຂະແໜງປະ ກັນສັງຄົມ ແລະ ຕາງໜ້າຈາກບັນ ດາພະແນກການ, ຕະຫຼອດຮອດ ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ ເສຍຊີວິດເຂົ້າຮ່ວມເປັນສັກຂີພະ ຍານ. ການມອບເງິນໃນຄັ້ງນີ້ເປັນ ການປະຕິບັດຕາມແຜນການນະ ໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານໃນຖັນແຖວ ກອງທັບປະຊາຊົນລາວ ຜູ້ທີ່ປະ ກອບສ່ວນສ້າງສາພັດທະນາປະ ເທດຊາດ ຕາມຫນ້າທີ່ວຽກງານ, ວິຊາສະເພາະທີ່ໄດ້ຮັບການມອບ ໝາຍໃຫ້ຕະຫລອດໄລຍະຜ່ານ ມາ. ໃນນີ້ໄດ້ມອບໃຫ້ຄອບຄົວ ຮ້ອຍເອກ ນາງໝ້າຍ ຄຳຍົງ ສິນ ທະວົງ ເຊິ່ງເປັນຄອບຄົວຂອງ ພັນໂທ ອານຸແສງ ສິນທະວົງ ອະ ດີດຫົວໜ້າພະແນກການເມືອງ ກພຊ. ໂດຍ: ສອນທະນູໄຊ ຄຳປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ