ກອງພັນ 415 ທະຫານແຂວງຫຼວງພະບາງ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ
ເວລາອອກຂ່າວ: 2024-06-20 09:00:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 508 | ຄວາມນິຍົມ:
ວັນທີ 12 ມິຖຸນາ 2024, ກອງພັນ 415 ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ, ໂດຍການເປັນປະທານຂອງສະຫາຍ ພັນໂທ ພົມມາ ໄຊຍະວົງ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການທະຫານກອງພັນ 415, ມີຄະນະໜ່ວຍພັກ ແລະ ສະມາຊິກພັກ ສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຈິດບຸນຄຳ ບົວທອງສີ ຊ່ວຍວຽກຂະແໜງຈັດພັກ ກອງພັນ 415 ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍ ການພິຈາລະນາເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 11 ສະຫາຍ.
ສະຫາຍ ພັນໂທ ພົມມາ ໄຊຍະວົງ ໄດ້ຮຽກຮ້ອງໃຫ້ສະມາຊິກພັກສົມບູນໃໝ່ ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງ ຕັ້ງໜ້າ ແລະ ບຸກບືນຫ້າວຫັນ ຕໍ່ໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້, ຍົກສູງຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ເອົາໃຈໃສປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດ, ປະກອບສ່ວນເຂົ້າໃນການສ້າງກອງ 3 ປອດ, ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ພ້ອມກັນຫ້າວຫັນເຮັດສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ