ໂຮງໝໍທະຫານແຂວງໄຊຍະບູລີ ຖືສຳຄັນວຽກງານປິ່ນປົວ ຕິດພັນກັບການກໍ່ສ້າງພະນັກງານວິຊາການ
ເວລາອອກຂ່າວ: 2024-06-20 09:16:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 448 | ຄວາມນິຍົມ:
ໂຮງໝໍທະຫານແຂວງໄຊ ຍະບູລີ ມີພາລະບົດບາດເປັນເສ ນາທິການດ້ານການປິ່ນປົວສຸຂະພາບ ຂອງນາຍ ແລະ ພົນທະຫານ ກໍຄືປະຊາຊົນລາວ ບັນດາເຜົ່າ ຢູ່ແຂວງໄຊຍະບູລີ ຕະຫຼອດ ໄລຍະຜ່ານມາ, ຄະນະພັກ-ຄະ ນະອຳນວຍການ ຍາມໃດກໍໄດ້ຖືເອົາວຽກງານປິ່ນປົວເປັນໜ້າທີ່ໃຈຂອງກົມກອງ ພ້ອມທັງໄດ້ເອົາໃຈໃສ່ກໍ່ສ້າງພະນັກງານວິຊາການດ້ານການແພດໃຫ້ມີຄວາມຮູ້ ຄວາມສາມາດນັບມື້ສູງຂຶ້ນ ເພື່ອຮັບປະກັນໃຫ້ແກ່ວຽກງານປິ່ນປົວມີຄຸນນະພາບ ແລະ ເຮັດໃຫ້ຜູ້ມາໃຊ້ບໍລິການມີຄວາມເພິ່ງພໍໃຈ.
ສະຫາຍ ພັນໂທ ບຸນລົ້ນ ສຸກຜາລີ ອຳນວຍການໂຮງໝໍທະຫານແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນຜ່ານມາ, ຄະນະພັກ-ຄະນະອຳນວຍການໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ເຮັດດ້ວຍຫຼາຍຮູບການ ໂດຍໄດ້ນຳເອົາບັນດາເອກະສານ, ມະຕິຕ່າງໆ ຈາກຂັ້ນເທິງ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ມີຄວາມສາມັກຄີແໜ້ນແຟ້ນ, ມີຄວາມຫ້າວຫັນຕໍ່ໜ້າທີ່ວິຊາສະເພາະຂອງຕົນ ແລະ ເຮັດ ສຳເລັດໜ້າທີ່ວຽກງານຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້, ໄດ້ຖືສຳຄັນການປິ່ນປົວຄົນເຈັບທີ່ມາໃຊ້ບໍລິການ ໃຫ້ໄດ້ຕາມຄຳຂວັນ 5 ດີ 1 ພໍໃຈ ເຊັ່ນ: ຮັບຕ້ອນດີ, ສະອາດດີ, ສະດວກດີ, ການ ບົ່ງມະຕິຊັດເຈນດີ, ການປິ່ນປົວດີ, ຄົນເຈັບເພິ່ງພໍໃຈ. ສຳລັບການປິ່ນປົວຄົນເຈັບຢູ່ໂຮງໝໍ ແມ່ນມີແບບເສຍຄ່າ ແລະ ບໍ່ເສຍຄ່າ ໃນນີ້, ການປິ່ນປົວແບບເສຍຄ່າ ແມ່ນຄົນເຈັບຜູ້ທີ່ບໍ່ມີບັດປະກັນຕົນ, ການປິ່ນປົວແບບບໍ່ເສຍຄ່າ ແມ່ນຜູ້ທີ່ມີບັດປະກັນຕົນ, ການປິ່ນປົວໃນໄລຍະປີ 2023 ຜ່ານມາ ສາມາດຮັບກວດຄົນເຈັບເຂດນອກໄດ້ 4.520 ເທື່ອຄົນ ໃນນັ້ນ, ທະຫານ 2.431 ຄົນ, ປະຊາຊົນ, ຕຳຫຼວດ, ພະສົງ, ພະນັກງານປົກຄອງ 2.089 ເທື່ອຄົນ, ຮັບຄົນເຈັບເຂົ້ານອນໂຮງໝໍ 1.041 ເທື່ອຄົນ, ທະຫານ 271 ເທື່ອຄົນ, ສົ່ງຄົນເຈັບໄປໂຮງໝໍອື່ນ 37 ກໍລະນີ, ສາມາດຜ່າຕັດໃຫຍ່ມີ 19 ກໍລະນີ, ຜ່າຕັດກາງ 33 ກໍລະນີ ແລະ ຜ່າຕັດນ້ອຍ 106 ກໍລະນີ ໄປຄຽງຄູ່ກັບ ວຽກງານປິ່ນປົວນັ້ນ, ຄະນະພັກ-ຄະນະອຳນວຍການ ຍັງໄດ້ເອົາໃຈໃສ່ກໍ່ສ້າງພະ ນັກງານວິຊາການແພດ ໃຫ້ມີຄວາມຊຳນານ ເພື່ອຮັບປະກັນໃຫ້ແກ່ການປິ່ນປົວຄົນເຈັບ ມີຄຸນນະພາບ ດ້ວຍການຈັດຕັ້ງເຝິກອົບຮົມຢູ່ກັບທີ່ ແລະ ສົ່ງໄປຮຽນຕໍ່ໄລຍະສັ້ນ ແລະ ໄລຍະຍາວ ໃນນີ້, ໄປຮຽນຕໍ່ຊ່ຽວຊານຂັ້ນ 1 ສາຂາບົ່ງມະຕິຮູບພາບ ຢູ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ 1 ສະຫາຍ, ໄປຮຽນຕໍ່ປະລິນຍາຕີ ຢູ່ວິທະຍາຄານການແພດກອງທັບ 5 ສະຫາຍ ແລະ ໄປເຝິກອົບຮົມວຽກງານຜ່າຕັດ, ຢາສະຫຼົບ, ສົ່ງເຄື່ອງມື ໄລຍະ 6 ເດືອນ ຢູ່ໂຮງໝໍແຂວງ 5 ສະຫາຍ.
ສະຫາຍ ພັນໂທ ບຸນລົ້ນ ສຸກຜາລີ ຍັງໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ກໍ່ສ້າງບຸກຄະລາກອນ ດ້ານການແພດໃຫ້ມີຄວາມຮູ້ ຄວາມສາມາດນັບມື້ສູງຂຶ້ນ ເພື່ອ ຕອບສະໜອງກັນຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ ໂດຍຖືເອົາການຂຶ້ນຫ້ອງອົບຮົມພາຍໃນໂຮງໝໍ ອາທິດລະຄັ້ງ ແລະ ສ້າງແຜນການສົ່ງພະນັກງານໄປເຝິກອົບຮົມຍົກລະດັບວິຊາສະເພາະ ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ຕາມໂຮງ ຮຽນແຫ່ງຕ່າງໆ ເພື່ອຖອດຖອນເອົາບົດຮຽນນຳຄູ-ອາຈານ, ໝູ່ເພື່ອນຜູ້ທີ່ມີປະສົບການ ມາໝູນໃຊ້ເຂົ້າໃນໜ້າທີ່ວິຊາສະເພາະຂອງຕົນ ເພື່ອຮັບປະກັນໃຫ້ແກ່ການບໍລິການຄົນເຈັບ ທີ່ມາໃຊ້ບໍລິການຢູ່ໂຮງໝໍ ໃຫ້ໄດ້ຕາມຄຳຂວັນ 5 ດີ 1 ພໍໃຈ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານພາຍໃນໂຮງໝໍ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຮັດແໜ້ນຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງໂຮງໝໍ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ສົມຄິດ ພູມມີຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ