ກອງພັນ 233 ກົມ 213 ປ່ອຍປາໃສ່ໜອງລວມ
ເວລາອອກຂ່າວ: 2024-06-21 08:56:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 459 | ຄວາມນິຍົມ:
ວັນທີ 17 ມິຖຸນາ 2024, ກອງພັນ 233 ກົມ 213 ໄດ້ປ່ອຍປາໃສ່ໜອງລວມຂອງກົມກອງ ມີສະຫາຍ ພັນໂທ ວິໄລ ພອນ ສີສົມສຸກ ຜູ້ຮັບຜິດຊອບວຽກ ງານແຜນການພະລາທິການ ກອງພັນ ແລະ ສະຫາຍ ຮ້ອຍເອກ ສີວອນ ດວງຈັນດີ ຫົວໜ້າຜະລິດກອງພັນ ແລະ ບັນດາວິຊາການຮັບຜິດຊອບວຽກງານ
ປູກຝັງ-ລ້ຽງສັດ ຂອງກົມກອງ ເຂົ້າຮ່ວມ.
ທົ່ວກອງພັນ ມີໜອງປາ ທັງໝົດ 11 ໜອງ, ແບ່ງໃຫ້ບັນດາ ກອງຮ້ອຍ, ໝວດເອກະລາດ ແລະ ບໍລິຫານງານຊາວໜຸ່ມ ທີ່ຂຶ້ນກັບກົມກອງປ່ອຍ ຈໍານວນ
7 ໜອງ ສະເພາະໜອງລວມຂອງກອງພັນ ມີ 4 ໜອງ. ປາທີ່ນໍາມາປ່ອຍໃສ່ໜອງລວມຂອງກອງພັນໃນຄັ້ງນີ້ ມີປານິນ 9.500 ໂຕ, ປາປາກ 8.000 ໂຕ, ປາໃນ 8.000 ໂຕ, ປານວນຈັນ 4.000 ໂຕ, ປາດຸກພັນ 4.000 ໂຕ ລວມທັງໝົດ 33.500 ໂຕ.
ສະຫາຍ ພັນໂທ ວິໄລພອນ ສີສົມສຸກ ໃຫ້ຮູ້ວ່າ: ໃນການຈັດຕັ້ງປ່ອຍປາໃນຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2024 ທີ່ໃກ້ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ ໂດຍປະຕິບັດຕາມທິດທາງແຜນການ ຂອງຄະນະພັກ-ຄະນະບັນຊາ ກອງພັນ 233 ເວົ້າລວມ, ເວົ້າສະເພາະ ແມ່ນທິດທາງແຜນການ ຂອງຂະແໜງພະລາທິການກອງພັນ ໃນປີ 2024 ໃຫ້ໄດ້ຕາມລະດັບຄາດໝາຍ, ພ້ອມນີ້ ເພື່ອປະຕິບັດຕາມທິດຊີ້ນຳຂອງກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດວາງອອກໃຫ້ໄດ້ຮັບຜົນດີ.
ໂດຍ: ໄມບຸນຫົນ ສຸດທິບັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ