
ເລີ່ມສຶກສາຄວາມເປັນໄປໄດ້ໃນການສ້າງຄັງແຮສຳຮອງ ນ້ຳມັນເຊື້ອໄຟ ຢູ່ ສປປ ລາວ
ເວລາອອກຂ່າວ: 2024-06-21 09:08:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ:
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງ
ການສຶກສາຄວາມເປັນໄປໄດ້ ໃນ
ການສ້າງຄັງແຮສຳຮອງນ້ຳມັນເຊື້ອໄຟ ລະຫວ່າງ ລັດຖະບານ
ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງ ອຸດສາຫະກຳ ແລະ ການ
ຄ້າ ກັບ ກຸ່ມບໍລິສັດ ດີເອັມພາຍ ຈຳ
ກັດ ຈັດຂຶ້ນໃນວັນທີ 17 ມິຖຸນາ 2024 ໂດຍການຮ່ວມລົງນາມ
ລະຫວ່າງ ທ່ານ ບົວວັນ ວິລາວົງ
ຫົວໜ້າຫ້ອງການ ກະຊວງອຸດ
ສາຫະກຳ ແລະ ການຄ້າ ແລະ ທ່ານ
ນາງ ສຸລິນດາ ມະໂນທຳ ຜູ້ອຳ
ນວຍການ ກຸ່ມບໍລິສັດ ດີເອັມພາຍ
ຈຳກັດ, ມີ ທ່ານ ບຸນເຖິງ ດວງສະ
ຫວັນ ຮອງລັດຖະມົນຕີ ກະຊວງ
ອຸດສາຫະກຳ ແລະ ການຄ້າພ້ອມ
ດ້ວຍພາກສ່ວນກ່ຽວຂ້ອງ ຂອງ
ທັງສອງຝ່າຍ ເຂົ້າຮ່ວມເປັນສັກ
ຂີພະຍານ.
ທ່ານ ທະນູສອນ ພົນອາມາດ
ປະທານກຸ່ມບໍລິສັດ ດີເອັມພາຍ
ຈໍາກັດ ໄດ້ໃຫ້ຮູ້ວ່າ: ການສຶກສາ
ຄວາມເປັນໄປໄດ້ ໃນການສ້າງ
ຄັງແຮສຳຮອງນ້ຳມັນເຊື້ອໄຟ
ແນໃສ່ສ້າງຄັງສຳຮອງນ້ຳມັນເຊື້ອໄຟ ຍຸດທະສາດ ຂອງລັດຖະ
ບານ ເຊິ່ງຈະເປັນຄັງສຳຮອງນ້ຳ
ມັນເຊື້ອໄຟຂະໜາດໃຫຍ່ ທີ່ຈະຕັ້ງຢູ່ເຂດເສດຖະກິດພິເສດ ຫຼື ເຂດປອດພາສີ, ສິນຄ້າທີ່ຂົນສົ່ງເຂົ້າໄປໃນເຂດນີ້ ບໍ່ມີພັນທະໃນການແຈ້ງພາສີອາກອນໃດໆ, ອາກອນ
ຈະຖືກຄິດໄລ່ ແລະ ຊຳລະ ພາຍ
ຫຼັງທີ່ມີການຊື້ຈາກຜູ້ໃຫ້ບໍລິການນ້ຳມັນເຊື້ອໄຟທ້ອງຖິ່ນ ແລະ ຖືກຂົນສົ່ງອອກຈາກເຂດປອດພາສີ.
ການສ້າງຄັງແຮສຳຮອງນ້ຳ
ມັນເຊື້ອໄຟ ດັ່ງກ່າວ, ແມ່ນການ
ຮ່ວມມືລະຫວ່າງ ກຸ່ມບໍລິສັດ ດີເອັມພາຍ ຈໍາກັດ ແລະ ລັດຖະ
ບານ ສປປ ລາວ ໂດຍນຳໃຊ້
ໂກຕ້າການນຳເຂົ້ານ້ຳມັນເຊື້ອ
ໄຟ ພາຍໃຕ້ການຄຸ້ມຄອງ ແລະ
ຊີ້ນຳ ຂອງລັດຖະບານ ສປປ ລາວ.
ໂຄງການດັ່ງກ່າວ, ຈະຊ່ວຍຫຼຸດ
ຜ່ອນຄວາມສ່ຽງຂອງປະເທດ
ຈາກໄພຂົ່ມຂູ່ ຂອງການສະໜອງ
ນ້ຳມັນ, ວິກິດການຂາດແຄນນໍ່້າ
ມັນ, ການຫຍຸ້ງຍາກໃນການແລກ
ປ່ຽນເງິນຕາ ແລະ ການຂາດເງິນ
ຕາຕ່າງປະເທດ ໃນການຊື້ຂາຍ
ນໍ່້າມັນເຊື້ອໄຟຈາກຕ່າງປະເທດ.
ທັງນີ້, ເພື່ອຮັບປະກັນ ການສະ
ໜອງດ້ານພະລັງງານນ້ຳມັນເຊື້ອ
ໄຟ ໃຫ້ພຽງພໍ ແລະ ໝັ້ນຄົງ ຕໍ່ຄວາມຕ້ອງການພາຍໃນຂອບເຂດທົ່ວປະເທດ.
ການສຶກສາຄວາມເປັນໄປ
ໄດ້ຂອງໂຄງການ ດັ່ງກ່າວ,ຄາດ
ຄະເນວ່າ ຈະໃຫ້ສຳເລັດພາຍໃນ
6 ເດືອນ,ພາຍຫຼັງສຳເລັດການ
ເຊັນບົດບັນທຶກ ສຶກສາຄວາມເປັນ
ໄປໄດ້ຮ່ວມກັນ ຈະໄດ້ລົງເລິກ
ວຽກງານຕ່າງໆຮອບ ດ້ານ ແນໃສ່
ໃຫ້ເຫັນເຖິງການມີສັກກະຍະ
ພາບໃນການຈັດຕັ້ງປະຕິບັດ,
ການຄຸ້ມຄອງວຽກງານໂຄງການ
ດັ່ງກ່າວຮ່ວມກັນ ໃຫ້ມີປະສິດທິຜົນ, ພ້ອມທັງໃຫ້ສອດຄ່ອງກັບລະບຽບຫຼັກການ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕໍ່ຕະ
ຫຼາດພາຍໃນ, ລະບົບດຳເນີນການ
ຄຸ້ມຄອງທີ່ທັນສະໄໝ ສາມາດຕິ
ດຕາມ ແລະ ກວດສອບໄດ້ ແນໃສ່
ເພື່ອຄວາມໂປ່ງໃສ, ການສ້າງ
ລາຍຮັບ ແລະ ຫຼຸດຜ່ອນບັນຫາວິ
ກິດການຂາດແຄນນ້ຳມັນເຊື້ອໄຟ ຂອງປະເທດລາວ, ຊ່ວຍແກ້
ໄຂຄວາມຫຍຸ້ງຍາກໃນການແລກ
ປ່ຽນເງິນຕາ, ການຂາດເງິນຕາ
ຕ່າງປະເທດ ໃນການຊື້-ຂາຍ
ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ
ແລະ ອື່ນໆ.
ການສຶກສາຄວາມເປັນໄປໄດ້ຂອງໂຄງການດັ່ງກ່າວ, ຈະນຳໃຊ້ຊ່ຽວຊານຈາກຕ່າງປະເທດ ຜູ້ທີ່ມີຄວາມສາມາດ, ປະສົບການ ແລະ ຊຳນານງານ ເຂົ້າມາສຶກສາ
ອອກແບບຊ່ວຍ ເພື່ອໃຫ້ການດຳ
ເນີນໂຄງການ ເປັນໄປຕາມຂັ້ນຕອນດຳເນີນງານ ທີ່ມີປະສິດທິຜົນ
ທຽບເທົ່າລະດັບສາກົນ.
ໂດຍ: ທະນູທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ