ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງບັນຊາການທະຫານແຂວງອັດຕະປື ສະຫຼຸບວຽກງານກວດກາພັກ-ລັດ ປະຈຳປີ 2023
ເວລາອອກຂ່າວ: 2024-06-21 12:54:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1159 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ20 ມີຖຸນາ 2024 ນີ້, ທະຫານແຂວງອັດຕະປືໄດ້ ສະຫຼຸບວຽກງານກວດກາພັກ-ລັດ ທົ່ວກອງບັນຊາການທະຫານແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ຄະນະປະຈຳພັກແຂວງ ເລຂາພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອັດຕະປື, ເຊິ່ງເປັນກຽດເປັນປະທານຮ່ວມຂອງ ສະຫາຍ ພັນເອກ ແສງອາໄລ ວັນນະວົງ ຮອງກົມກວດກາ ກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ວິໄລພອນ ແກ່ນຈັນ ຮອງປະທານອົງການກວດກາພັກ-ລັດແຂວງອັດຕະປື, ມີບັນດາສະຫາຍຄະນະພັກ- ຄະນະບັນຊາ 5 ຫ້ອງ, ຄະນະພັກ-ຄະນະບັນຊາກົມກອງ, ພ້ອມດ້ວຍບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໂຊກໄຊ ພິມມະລາ ໄດ້ກ່າວເປີດກອງປະຊຸມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມວຽກງານກວດກາພັກ-ລັດທົ່ວກອງບັນຊາການທະຫານແຂວງອັດຕະປື, ສະຫາຍ ໄດ້ກ່າວວ່າ: ໂດຍປະຕິບັດຕາມລະບຽບການ ແລະ ປະຕິບັດຕາມບົດແນະນຳຂອງຄະນະກວດກາສູນກາງພັກກຽ່ວກັບການດຳເນີນກອງປະຊຸມສະຫຼຸບວຽກງານກວດກາ. ພ້ອມເປັນການສະຫຼຸບຕີລາຄາຄືນສະພາບການເຄື່ອນໃຫວ, ແບບແຜນວິທີເຮັດວຽກຂອງກອງບັນຊາການທະຫານແຂວງ ກໍ່ຄື ການເຄື່ອນໄຫວວຽກງານກວດກາພັກ-ລັດແລະການຕ້ານສໍ້ລາດບັງຫຼວງໃນໄລຍະຜ່ານມາເພື່ອເປັນພື້ນຖານໃຫ້ການປັບປຸງການຈັດຕັ້ງ, ການເຄື່ອນໄຫວວຽກງານແລະແບບແຜນວິທີເຮັດວຽກຂອງຄະນະກວດກາແຕ່ລະຂັ້ນ ໃນທົ່ວກອງບັນຊາການທະຫານແຂວງ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ, ຮັບປະກັນຄວາມສາມາດ ແລະ ຄຸນນະພາບຂອງການກວດກາພັກ-ລັດ ແລະ ການຕ້ານສໍ້ລາດບັງຫຼວງ ໃຫ້ສອດຄ່ອງກັບສະພາບແລະຈຸດພິເສດຂອງກອງທັບ ໃຫ້ເຂົ້າສູ່ລວງເລິກ ແລະມີແບບແຜນທີ່ທັນສະໄໝ. ກອງປະຊຸມຄັ້ງນີ້ບັນດາສະຫາຍຜູ້ແທນຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມໃຫ້ອຸດົມສົມບູນ, ເລິກເຊິ່ງກຳແໜ້ນເນື້ອໃນຈິດໃຈກອງປະຊຸມ, ເຮັດແນວໃດຜ່ານກອງປະຊຸມເທື່ອນີ້ ພວກເຮົາຕ້ອງຖອດຖອນໄດ້ບົດຮຽນອັນດີ ແລະ ຊອກວິທີ ທາງອອກທີ່ມີປະສິດທິຜົນກວ່າເກົ່າ ເພື່ອກໍ່ສ້າງຜົນປະໂຫຍດສູງສຸດໃຫ້ແກ່ກອງທັບ ເວົ້າລວມເວົ້າ ສະເພາະແມ່ນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວດຳເນີນວຽກງານກວດກາ ພັກ-ລັດ ແລະ ການຕ້ານການສໍ້ລາດບັງຫຼວງໃຫ້ມີປະສິດທິຜົນ ໃຫ້ແກ່ກອງບັນຊາການທະຫານແຂວງອັດປື. ຈາກນັ້ນ ສະຫາຍ ພັນໂທ ສີໄລ ພົມມະສານ ຄະນະພັກຮາກຖານຫ້ອງການເມືອງ, ຫົວໜ້າພະແນກກວດກາ ທະຫານແຂວງອັດຕະປື, ໄດ້ຜ່ານບົດສະຫຼຸບວຽກງານກວດກາພັກ-ລັດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ໃນໄລຍະ 1 ປີຜ່ານມາ, ເຊິ່ງໃນການຈັດຕັ້ງປະຕິວຽກງານກວດກາພັກ-ລັດຂອງກອງບັນຊາການທະຫານແຂວງອັດຕະປື ແມ່ນປະຕິບັດຕາມແນວທາງແຜນນະໂຍບາຍຂອງພັກ, ມະຕິຄຳສັ່ງຂອງກົມການເມືອງສູນກາງພັກ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຂອງກອງທັບ ເປັນບ່ອນອີງໃຫ້ແກ່ການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະກວດກາແຕ່ລະຂັ້ນ. ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດແລະອຳນວຍຄວາມສະດວກຈາກຄະນະພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຮັບການຊີ້ນຳທາງດ້ານວິຊາສະເພາະຈາກຄະນະກວດກາສູນກາງພັກ. ດັ່ງນັ້ນ ຄະນະກວດກາແຕ່ລະຂັ້ນ, ພະນັກງານກວດກາແຕ່ລະສະຫາຍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ. ທັງເຮັດທັງຖອດຖອນບົດຮຽນໄປພ້ອມໆກັນແລະມີຈິດໃຈອົດທົນຜ່ານຜ່າ ຄວາມຫຍຸ້ງຍາກເພື່ອເຮັດສຳເລັດໜ້າທີ່ຮັບຜິດຊອບດີຂຶ້ນຕາມການມອບໝາຍໃຫ້. ໂດຍ: ແສງຫຼ້າ ກຸວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ