
ສສຊ ສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ
ເວລາອອກຂ່າວ: 2024-06-24 09:43:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 402 | ຄວາມນິຍົມ:
ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2024 ນີ້, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ພາຍຫຼັງທີ່ທ່ານຮອງ
ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີກ່ຽວກັບກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສ້າງໃໝ່) ບັນດາທານສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ຢ່າງກົງໄປກົງມາ ໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊບາງ
ເຂດເລືອກຕັ້ງ ສະເໜີ ໃຫ້ຕັດອອກ, ຕື່ມໃສ່ ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ເພື່ອສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ພາຍຫຼັງ ໄດ້ຖືກຮັບຮອງ ຢ່າງເປັນທາງການ.
ທ່ານ ນາງ ຂັນທອງ ພັນທະຈັກ ສສຊ ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ສະແດງຄວາມສະໜັບສະໜູນ ຕໍ່ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍ ວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ກໍຄືຂະແໜງການທີ່ກຽວຂ້ອງ ທີ່ໄດ້ມີຄວາມພະຍາຍາມ ຄົ້ນຄວ້າສ້າງຮ່າງກົດໝາຍສະບັບນີ້ຂຶ້ນມາ ເພື່ອຄຸ້ມຄອງຊັບພະຍາກອນທີ່ເປັນຢາ ໃຫ້ສາມາດຊົມໃຊ້ໄດ້ຢ່າງມີຄວາມຢືນຍົງ ແລະ ນຳໃຊ້ສົມທົບກັບການປິ່ນປົວທີ່ທັນສະໄໝ ເຊິ່ງປັດຈຸບັນ ຢູ່ເຂດທ້ອງຖິ່ນ ໂດຍສະເພາະຢູ່ເຂດຫ່າງໄກກອກຫຼີກ ການເຂົ້າເຖິງການບໍລິການດ້ານສາທາລະນະສຸກ ມີຄວາມຫຍຸ້ງຍາກ, ຍັງໄດ້ນຳໃຊ້ພູມປັນຍາທ້ອງຖິ່ນ ກໍຄືນຳໃຊ້ຢາພື້ນເມືອງ ເຂົ້າໃນການປິ່ນປົວ ໃນຂັ້ນພື້ນຖານ ກ່ອນທີ່ຈະສົ່ງໄປປິ່ນປົວຢູ່ສະຖານທີ່ບໍລິການຂອງແພດໝໍ, ສະນັ້ນ; ເພື່ອຮັບປະກັນໃຫ້ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ມີຜົນສັກສິດ ໃນການຈັດຕັ້ງປະຕິບັດ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ໂດຍສະເພາະ ມາດຕາ 3 ການອະທິບາຍຄຳສັບ ຕ້ອງອະທິບາຍ ໃຫ້ມີຄວາມຊັດເຈນ, ເຂົ້າໃນງ່າຍ ແລະ ສອດຄ່ອງ. ພ້ອມນີ້, ທ່ານຍັງສະເໜີ ໃຫ້ຕັດອອກ, ຕື່ມໃສ່ບາງຄຳສັບ, ບາງເນື້ອໃນ ທີ່ເຫັນວ່າ ຍັງບໍ່ທັນສອດຄ່ອງ ຢູ່ ມາດຕາ 9 ປະເພດຊັບພະຍາກອນທີເປັນຢາ, ມາດຕາ 13 ການຄຸ້ມຄອງຊັບພະຍາກອນທີ່ເປັນຢາ, ມາດຕາ 39 ການປູກພືດ, ຕົ້ນໄມ້ທີ່ເປັນຢາ ແລະ ມາດຕາ 53 ການຖອນໃບອະນຸຍາດດຳເນີນທຸລະກິດ ເພື່ອໃຫ້ມັນຮັດກຸມ, ສອດຄ່ອງ ແລະ ເຂົ້າໃຈງ່າຍ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
ພ້ອມນີ້, ສສຊ ຫຼາຍທ່ານ ຍັງໄດ້ສຸມໃສ່ມີຄຳເຫັນ ໃນມາດຕາ 18 ການຂຸດຄົ້ນ, ເກັບກູ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການຂຸດຄົ້ນ, ເກັບກູ້ ຊັບພະຍາກອນທີ່ເປັນຢາ ຕ້ອງສະເໜີແຜນຕໍ່ຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ແລ້ວຂໍອະນຸຍາດຂຸດຄົ້ນ, ເກັບກູ້ ນຳຂະແໜງການກະສິກຳ ແລະ ປ່າໄມ້ ໂດຍໃຫ້ປະຕິບັດການຂຸດຄົ້ນ, ເກັບກູ້ ໃນເຂດທີ່ໄດ້ຮັບອະນຸຍາດ, ຕາມແຜນທີ່ໄດ້ຮັບອະນຸຍາດ, ຕາມຊະ
ນິດ, ຈຳນວນ ແລະ ປະລິມານ ຊັບພະຍາກອນທີ່ເປັນຢາ ທີ່ໄດ້ຮັບອະນຸຍາດ, ນຳໃຊ້ວິທີການ, ເຕັກນິກທີ່ເໝາະສົມ, ຖືກຕາມລະດູການ ແລະ ວິທີການອື່ນ ທີ່ມີຜົນກະທົບໜ້ອຍທີ່ສຸດຕໍ່ການຂະຫຍາຍພັນ ຂອງຊັບພະຍາກອນທີ່ເປັນຢາ, ຕໍ່ມາດຕາ 61 ສິດ ແລະ ໜ້າທີ່ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງວຽກງານຊັບພະຍາກອນທີ່ເປັນຢາ ຂະແໜງການກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ປະສານສົມທົບກັບຂະແໜງການສາທາລະນະສຸກ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ເພື່ອສຶກສາຄົ້ນຄວ້າ ການປູກ,
ການລ້ຽງ, ນະໂຍບາຍໃນການ ອະນຸລັກ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ຕົ້ນໄມ້ ແລະ ສັດ ທີ່ເປັນຢາ ລວມທັງການອະນຸຍາດຂຸດຄົ້ນ, ເກັບກູ້ ຊັບພະຍາກອນທີ່ເປັນຢາ ບົນພື້ນຖານ ແຜນການຂຸດຄົ້ນ, ເກັບກູ້ ຂອງຂະແໜງການສາທາລະນະສຸກ, ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມພາລະບົດບາດຂອງຕົນ ໂດຍ ສສຊ ສະເໜີ ໃຫ້ເພີ່ມ ສິດ ແລະ ໜ້າທີ່ ຂອງຂະແໜງ
ການ ກະສິກຳ ແລະ ປ່າໄມ້ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ກໍຄືການປູກ, ການລ້ຽງພືດທີ່ເປັນຢາ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມຫຼັກວິຊາການ ປູກພືດທີ່ເປັນຢາແທ້ໆ ບໍ່ໃຫ້ປູກພືດແຊກຊ້ອນ ທີ່ຜິດຕໍ່ລະບຽບກົດໝາຍ.
ໂດຍ: ສຸເວດ ສີດາຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ