ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ໜ່ວຍ​ພັກ​ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ ທະຫານ​ນະຄອນຫຼວງ​ວຽງ​ຈັນ ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ IV
ເວລາອອກຂ່າວ: 2024-06-25 09:22:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:



ໃນ​ວັນ​ທີ 19 ມິຖຸ​ນາ 2024, ໜ່ວຍ​ພັກ​ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ ດຳເນີນ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ IV, ໂດຍ​ການ​ເປັນ​ປະທານ​ ຂອງສະຫາຍ ພັນ​ເອກ ບຸນ​ລິດ ສີ​ສຸ​ພອນ ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ, ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ໜ່ວຍ​ພັກ ພ້ອມ​ດ້ວຍແຂກ​ທີ່​ຖືກ​ເຊີນ ຕະຫຼອດ​ຮອດສະມາຊິກ​ພັກ​ສຳ ຮອງ-ສົມບູນ ເຂົ້າ​ຮ່ວມ ສະຫາຍ ພັນ​ຕີ ອຸດົມ​ໂພຫຼວງ​ສາຂາ ເລຂາ​ໜ່ວຍ​ພັກ​ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ຕະຫຼອດ​ໄລຍະ 5 ປີ ຜ່ານມາ ຄະນະ​ໜ່ວຍ​ພັກ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ​ສະມາຊິກ​ພັກ ເຊື່ອມ​ຊຶມ, ກຳ​ແໜ້ນບັນດາ​ແນວທາງ​ແຜນ​ນະໂຍບາຍ​ ຂອງ​ພັກ, ກົດໝາຍ​ຂອງ​ລັດ ຕິດ​ພັນ​ກັບຂະ​ບວນ​ການ​ ດ້ານ​ຕ່າງໆ ໂດຍ​ປິ່ນ​ອ້ອມ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ ​ອອກ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ​ມີ​ຜົນສຳເລັດ​ຫຼາຍ​ດ້ານ, ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ພັກໃຫ້​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໂດຍ​ໄດ້​ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ເປັນ​ບັນຫາ​ສຳຄັນ ຖື​ເອົາ​ການເຄື່ອນໄຫວ​ດຳເນີນ​ຊີວິດ​ການເມືອງ​ພາຍ​ໃນ​ພັກ​ເປັນໃຈ​ກາງ​ໃນ​ການ​ປັບປຸງ​ກໍ່ ສ້າງພັກ, ມີ​ການ​ສະຫຼຸບ​ຖອດ​ຖອນ​ບົດຮຽນ ແລະ ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ​ຢ່າງ​ເປັນ​ປົກກະຕິ, ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ສະມາຊິກ​ພັກ​ແຂງ​ມີ 16 ສະຫາຍ, ກາງ 2 ແລະ ໜ່ວຍ​ພັກ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ຄະນະ​ພັກ​ຂັ້ນ​ເທິງ ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 3 ສະໄໝ. ກອງ​ປະຊຸມ ຍັງ​ໄດ້​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​​ເລືອກ​ເອົາ​ຄະນະ​ໜ່ວຍ​ພັກ​ຊຸດ​ໃໝ່ ໄດ້​ເລືອກ​ເອົາ ​ສະຫາຍ ພັນ​ຕີ ອຸດົມ​ໂພ ຫຼວງ​ສາຂາ ເປັນ​ເລຂາ, ສະຫາຍ ພັນ​ຕີ ສົມ​ເພັງ ພົມ​ມະ​ສອນ ເປັນ​ຮອງ​ເລຂາ ແລະ ສະຫາຍ ພັນ​ຕີ ຖະ ​ໝົມ ພັນ​ສົດໃສ ເປັນ​ກຳມະການ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ