
ປະກາດສ້າງຕັ້ງ ໝວດທະຫານຮາບປ້ອງກັນພາຍໃນ ຂຶ້ນກັບ ກອງບັນຊາການທະຫານເມືອງ 4 ເມືອງ ໃນແຂວງສະຫວັນນະເຂດກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2024-06-25 09:37:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 406 | ຄວາມນິຍົມ:
ພິທີປະກາດການສ້າງຕັ້ງໝວດທະຫານຮາບປ້ອງກັນພາຍໃນ ກອງບັນຊາການທະຫານເມືອງອາດສະພອນ, ເມືອງອາດສະພັງທອງ, ເມືອງນອງ ແລະ ເມືອງເຊໂປນ ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ ໃນກາງເດືອນມິຖຸນາຜ່ານມາ, ໂດຍມີ ສະຫາຍ ພັນເອກ ຄຳສາ ຮຽມຈຳປາ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ, ຕະຫຼອດຮອດ ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກັນຍາ ດວງປັນຍາ ຮອງຫົວໜ້າພະແນກກຳລັງພົນ ຫ້ອງເສນາທິການ ກອງບັນຊາການທະຫານແຂວງ ໄດ້ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການສ້າງຕັ້ງໝວດທະຫານຮາບປ້ອງກັນພາຍໃນຂຶ້ນກັບກອງບັນຊາການທະຫານເມືອງອາດສະພອນ, ເມືອງອາດສະພັງທອງ, ເມືອງນອງ ແລະ ເມືອງເຊໂປນ, ໂດຍອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປັບປຸງກໍ່ສ້າງກຳລັງດ້ານການຈັດຕັ້ງ ແລະ ການປະກອບຈຳນວນພົນ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍລະບຽບການ, ຂັ້ນຕອນ ແລະ ສິດອະນຸມັດ ກ່ຽວກັບການສ້າງຕັ້ງ, ຍຸບຫົວໜ່ວຍການຈັດຕັ້ງຂອງກອງທັບ ແລະ ຂໍ້ກຳນົດກ່ຽວກັບທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດ, ໜ້າທີ່ການເຄື່ອນໄຫວ. ດັ່ງນັ້ນ, ກົມໃຫຍ່ເສນາທິການກອງທັບ ຈຶ່ງໄດ້ຕົກລົງສ້າງຕັ້ງໝວດທະຫານຮາບ ລະຫັດໝາຍເລກ 103 ຂຶ້ນກັບກອງບັນຊາການທະຫານເມືອງອາດສະພອນ, ລະຫັດໝາຍເລກ 109 ຂຶ້ນກັບກອງບັນຊາການທະຫານເມືອງອາດສະພັງທອງ, ລະຫັດໝາຍເລກ 104 ຂຶ້ນກັບກອງບັນຊາການທະຫານເມືອງນອງ ແລະ ລະຫັດໝາຍເລກ 105 ຂຶ້ນກັບກອງບັນຊາການທະຫານເມືອງເຊໂປນ ພ້ອມທັງ, ປະກາດໂຄງປະກອບການຈັດຕັ້ງ, ຕຳແໜງງານ ແລະ ຈຳນວນພົນ. ຈາກນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າໝວດ, ຮອງໝວດ, ຫົວໜ້າໝູ່, ຮອງໝູ່ ແລະ ວິຊາສະເພາະ ຂອງໝວດທະຫານຮາບ ຕື່ມອີກ.
ໂດຍ:ວິລະພົງ ເທບໂພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ