
ບໍລິຄຳໄຊ ຂະຫຍາຍຕາຂ່າຍໄຟຟ້າ ສູ່ເຂດຫ່າງໄກສອກຫຼີກ
ເວລາອອກຂ່າວ: 2024-06-25 10:09:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:
ແຫຼ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ການຂະຫຍາຍຕາຂ່າຍລະບົບໄຟຟ້າ ອອກສູ່ຊົນນະບົດເຂດຫ່າງໄກສອກຫຼີກ ຂອງແຂວງບໍລິຄຳໄຊ ສາມາດຕອບສະໜອງການບໍລິການໄຟຟ້າ ໃຫ້ເມືອງໄດ້ 100%, ບ້ານໄດ້ 100%, ຈຳນວນຄອບຄົວໄດ້ໃຊ້ໄຟທັງໝົດ 59.221 ຄົວເຮືອນເທົ່າ 99.3%, ປັດຈຸບັນລະບົບຕາຂ່າຍໄຟຟ້າ 22 ກິໂລໂວນຂະຫຍາຍໄດ້ 1.859 ກິໂລແມັດ, ຕາ
ຂ່າຍ 0.4 ກິໂລໂວນໄດ້ 1.145 ກິໂລແມັດ ແລະ ໝໍ້ແປງໄຟຟ້າໄດ້ 1.731 ໜ່ວຍ.
ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ໄດ້ລາຍງານ ໃນໂອກາດທີ່ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມແຂວງບໍລິຄຳໄຊ ໃນວັນທີ 17 ມິຖຸນາ 2024 ຜ່ານມາວ່າ: ການ
ຈັດຕັ້ງປະຕະບັດວຽກງານໃນໄລຍະຜ່ານມາ, ແຂວງບໍລິຄຳໄຊສາມາດຄຸ້ມຄອງບໍລິສັດທີ່ດຳເນີນກິດຈະການໄຟຟ້າ ແລະ ຢອດສານມາກເກີໄດ້ອອກໃບອະນຸ
ຍາດທັງໝົດ 38 ບໍລິສັດ ໃນນີ້, ແບ່ງເປັນປະຕັງຊັ້ນ 2 ມີ 13ບໍລິສັດ, ປະຕັງຊັ້ນ 3 ມີ 17 ບໍລິສັດ, ບໍລິສັດທີ່ດຳເນີນກິດຈະການສະເພາະ ມີ 8 ບໍລິສັດ, ພາຍໃນ 6 ເດືອນຕົ້ນປີ 2024 ສາມາດຕໍ່ໃບອະນຸຍາດ ສຳເລັດ 6 ຫົວໜ່ວຍ. ການຢອດສານມາກເກີຢູ່ດ່ານສາກົນປາກຊັນ ແລະ ດ່ານສາກົນນ້ຳພາວ ມີລົດບັນທຸກນ້ຳມັນເຂົ້າຜ່ານດ່ານທັງໝົດ 643 ຄັນ, ບໍລິມາດລວມ 27 ລ້ານກວ່າລິດ ໃນນີ້, ນໍ້້າມັນກາຊວນ 630 ຄັນ ບໍລິມາດ 26,4 ລ້ານກວ່າລິດ, ນ້ຳມັນແອັດຊັງທຳມະດາ 13 ຄັນ ບໍລິມາດ 589.000 ລິດ ແລະ ນຳໃຊ້ສານມາກເກີຢອດໃສ່ນ້ຳມັນທັງໝົດ 1,07 ລ້ານກຣາມ ລວມມູນຄ່າ 2,43 ຕື້ກີບ ຕິດຕາມໂຄງ
ການທີ່ໄດ້ເຊັນ MOU, PDA ແລະ ໂຄງການພະລັງງານທົດແທນ ເຊິ່ງປັດຈຸບັນພວມເລັ່ງໃສ່ໂຄງການໄຟຟ້າພະລັງງານລົມເຈືອງເຊີນ ຂອງບໍລິສັດຮຸ້ນສ່ວນ
ລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ຄາດຄະເນກຳລັງຕິດຕັ້ງ 600 ເມກາວັດ ການນຳໃຊ້ທຶນພັດທະນາຊຸມຊົນພາຍໃນແຂວງ ໄດ້ປະຕິບັດການນຳໃຊ້ທຶນພັດທະນາຊຸມຊົນ ທີ່ໄດ້ລະບຸໃນສັນຍາສຳປະທານໂຄງການມີ 3 ໂຄງການຄື: ໂຄງການເຂື່ອນໄຟຟ້ານ້ຳເທີນ 1, ໂຄງການເຂື່ອນໄຟຟ້ານ້ຳງຽບ 1 ແລະ ໂຄງການເຂື່ອນໄຟຟ້ານ້ຳມັງ 1 ເຊິ່ງການນຳໃຊ້ທຶນດັ່ງກ່າວ ອຳນາດການ
ປົກຄອງແຂວງໄດ້ແຕ່ງຕັ້ງຄະນະກຳມະການ ເພື່ອເຮັດວຽກຮ່ວມກັບແຕ່ລະບໍລິສັດ ເຊິ່ງໃນ 6 ເດືອນຕົ້ນປີສາມາດຈັດຕັ້ງປະຕິບັດການຊຳລະຈຳນວນ 5 ກິດຈະກຳ ລວມມູນຄ່າການຊຳລະ 7,21 ຕື້ກີບ ຍັງຄ້າງຊຳລະໃຫ້ຜູ້ຮັບເໝົາຕາມສັນຍາກໍ່ສ້າງ 30,87 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດມາຖືວ່າເປັນແຫຼ່ງທຶນໜຶ່ງ ທີ່ມີຄວາມສຳຄັນໃນການຊ່ວຍເຮັດໃຫ້ພື້ນຖານໂຄງລ່າງບ້ານ, ເມືອງ ແລະ ແຂວງ ມີການພັດທະນາທີ່ດີຂຶ້ນ; ການຜະລິດ (ຊື້) ແລະ ຈຳໜ່າຍກະແສໄຟຟ້າປະຈຳ 6 ເດືອນຕົ້ນປີ 2024 ການຜະລິດ ( ຊື້ ) ກະແສໄຟຟ້າຮັບໃຊ້ພາຍໃນແຂວງ ປະຕິບັດໄດ້ 125.668 ລ້ານກິໂລວັດໂມງ ເທົ່າກັບ 69,87 ຕື້ກີບ, ສົມທຽບໃສ່ແຜນປີ 56%, ການຈຳໜາຍກະແສໄຟຟ້າໃຫ້ລູກຄ້າ ປະຕິບັດໄດ້ 113,34 ລ້ານກິໂລວັດໂມງ ເທົ່າກັບ 70,04 ຕື້ກີບ, ສົມທຽບໃສ່ແຜນປີ 59%.
ທ່ານ ມະນີວັນ ໄຊຍະເພັດ ໃຫ້ຮູ້ຕື່ມວ່າ: ສຳລັບການຕິດຕາມບັນດາກິດຈະການຊອກຄົ້ນ-ສຳຫຼວດແຮ່ທາດ ຢູ່ພາຍໃນແຂວງ ລວມທັງໝົດ ມີ 10 ບໍລິສັດ ມີເນື້ອທີ່ 171.739 ເຮັກຕາ, ຊອກຄົ້ນ 28 ເຮັກຕາ, ສຳຫຼວດແຮ່ທາດ
143.7 ເຮັກຕາ ໃນນີ້ຂັ້ນສູນກາງອະນຸຍາດ 5 ບໍລິສັດ ເນື້ອທີ່ທັງໝົດ 171.71 ເຮັກຕາ, ຊອກຄົ້ນ 27.98 ເຮັກຕາ, ສຳຫຼວດແຮ່ທາດ 143.72 ເຮັກຕາ, ຂັ້ນແຂວງອະນຸມັດ 5 ບໍລິສັດ ມີເນື້ອທີ່ຊອກຄົ້ນ-ສຳຫຼວດແຮ່ທາດທັງໝົດ 24 ເຮັກຕາ, ຊອກຄົ້ນ 16 ເຮັກຕາ ສຳຫຼວດແຮ່ທາດ 8 ເຮັກຕາ, ປີ 2023 ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງ ປະເມີນການລົງທຶນທາງດ້ານແຮ່ທາດພາຍໃນແຂວງ 45 ໂຄງການ ການຫຼອມໂລຫະຄຳປະສົມ ບໍລິສັດກາວີໂກລາວ ບໍ່ແຮ່ຈຳກັດ ສາມາດຂຸດຄົ້ນແຮ່ນີແກນໄດ້ 22.302 ກວ່າໂຕນ, ຂຸດຄົ້ນແຮ່ເຫຼັກໄດ້ 131.299 ໂຕນ, ເກັບຕົວແບບ ແລະ ວິໄຈ ແຮ່ຄຳໄດ້ 218 ຕົວແບບ, ວິໄຈແຮ່ເຫຼັກ 279 ຕົວແບບ, ວິໄຈແຮ່ນີແກນ 536 ຕົວແບບ; ບໍລິສັດ ທ້າຍຊານມິງຈິນມາຍນິງ ຈຳກັດ ໄດ້ຫັນປ່ຽນຈາກການຂຸດຄົ້ນແຮ່ຄຳເຄົ້າແບບທົດລອງ ມາເປັນຮູບແບບປົກກະຕິແລ້ວ ສາມາດປຸງແຕ່ງແຮ່ເຄິ່ງຜະລິດຕະພັນເປັນຄຳນ້ຳບາ ໄດ້ແຮ່ຄຳ 9.590 ກວ່າກຣາມ ເປີເຊັນຂອງແຮ່ຄຳ 40-45% ແລະສາມາດສະກັດເປັນຄຳໄດ້ 5.667 ກຣາມ, ບໍລິສັດບໍ່ຄຳ-ຄຳເກີດແສນອຸດົມ ສາມາດຂຸດຄົ້ນແຮ່ ຈຳນວນ 638.038 ໂຕນ ໃນນີ້ມີຄ່າສະເລ່ຍຂອງແຮ່ຄຳ 7,88 ກຣາມ/ໂຕນ, ດິນເຟືອຍທັງໝົດ 70.988 ໂຕນ ໃນນັ້ນມີຄ່າສະເລ່ຍຂອງແຮ່ຄຳ 3,29 ກຣາມ/ໂຕນ ການສົ່ງອອກ ແລະ ຈຳໜ່າຍແຮ່ເຫຼັກໄດ້ 245.819 ໂຕນ. ບໍລິສັດ ແຮ່ເຫຼັກໂກເອໂກ່ຈຳກັດ ສົ່ງອອກດ່ານນ້ຳພາວ 91.502 ໂຕນ, ດ່ານນາເພົ້າ
45.916 ໂຕນ, ສົ່ງໄປນະຄອນຫຼວງວຽງຈັນ ໄດ້ 75.650 ໂຕນ ແລະ ບໍລິສັດກາວີໂກ ລາວບໍ່ແຮ່ ຈຳກັດ ສາມາດສົ່ງອອກແຮ່ເຫຼັກໄດ້ 32.750 ໂຕນ ສົ່ງອອກດ່ານນ້ຳພາວ.
ຂ່າວ-ພາບ: ວຽງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ