ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດທີll ເຂດ3
ເວລາອອກຂ່າວ: 2024-06-25 11:02:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1154 | ຄວາມນິຍົມ:
ໃນວັນທີ24 ມິຖຸນາ 2024 ນີ້, ກອງພັນໃຫຍ່702 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດII ປີ2024 ແລະ ວາງທິດທາງແຜນການປະຈໍາໄຕມາດທີlll ປີ 2024 ຂອງບັນດາກົມກອງເຂດ3. ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກອງບັນຊາການທະຫານແຂວງຊຽງຂວາງ, ຫົວພັນ, ກອງພັນໃຫຍ່ 702, ກອງພັນໃຫຍ່ 643, ກອງພັນໃຫຍ່ 584, ໂຮງໝໍບໍລິເວນ101, ໂຮງຮຽນເຫຼົ່າຮົບບ້ານແປ້ນ, ຄະນະພັກຈຸດສຸມຄັງວຽງ,ພະນັກງານວິຊາການກະຊວງປ້ອງກັນປະເທດແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານສະພາບການທີ່ພົ້ນເດັ່ນທີ່ເກີດຂຶ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນຜົນງານດ້ານຕ່າງໆທີ່ໄດ້ຈັດຕັ້ງປະຕິບັດຜ່ານມາແລະບັນດາຈຸດຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ, ຕະຫຼອດມາໄລຍະຜ່ານມາຄະນະພັກ-ຄະນະບັນຊາແຕ່ລະກົມກອງໄດ້ເປັນເຈົ້າການຊີ້ນໍາ-ນໍາພາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບເປັນປົກກະຕິເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື້ອໜັ້ນຕໍ່ການນໍາພາຂອງພັກ-ລັດແລະປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງແລະຜົນສໍາເລັດ,ືໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ຕາມມູນເຊື້ອຂອງກອງທັບ, ສາມາດເຮັດໃຫ້ຂອບເຂດຮັບຜິດຊອບມີສະຖຽນນະພາບທາງດ້ານການເມືອງ, ເສດຖະກິດໄດ້ຮັບການພັດທະນາ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ນອກນີ້ຍັງໄດ້ປັບປຸງບູລະນະການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຄຽງຄູ່ກັນນັ້ນກໍໄດ້ເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນຢູ່ຊຸກຍູ້ພະນັກງານ-ນັກຮົບສຸມໃສ່ການປູກຝັງ-ລ້ຽງສັດເພື່ອຮັບປະກັນຕອບສະໜອງອາຫານໃຫ້ແກ່ກົມກອງແລະເອົາໃຈໃສ່ຄຸ້ມຄອງການກິນ-ຢູ່ຕາມລະບອບອັດຕາທີ່ຂັ້ນເທິງກໍານົດໃຫ້,ຄຸ້ມຄອງບົວລະບັດພັດເຊັດວັດຖຸ,ກວດກາພາຫະນະເຕັກນິກບໍ່ໃຫ້ເປ້ເພແລະຕົກເຮ່ຍເສຍຫາຍ, ຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບແລະເຝິກແອບຮໍ່າຮຽນໃນແຕ່ລະໄລຍະໄດ້ດີຕະຫຼອດມາ.
ໂອກາດນີ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ຫົວໜ້າກົມໃຫຍ່ເສນາທິການກອງທັບ ກໍໄດ້ໂອ້ລົມຫຼາຍບັນຫາສໍາຄັນ,ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງສຶບຕໍ່ຕິດຕາມສະພາບການໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ດີ,ລົງກໍ່ສ້າງຮາກຖານການເມືອງຕາມມູນເຊື້ອຂອງກອງທັບ, ເອົາໃຈໃສ່ກໍ່ສ້າງພັກ-ກໍ່ສ້າງພະນັກງານຕິດພັນກັບການກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດແລະເຂັ້ມແຂງທາງດ້ານການຈັດຕັ້ງ, ເປັນເຈົ້ານໍາພາພະນັກງານນັກຮົບແຕ່ລະຂັ້ນປະຕິບັດຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດແລະຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສຶບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ.
ພາບ-ຂ່າວ ຄໍາພອນ ແພງພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ