ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ໜ່ວຍພັກຫ້ອງການກົມໃຫ່ຍເຕັກນິກກອງທັບ ໄດ້ສະຫຼຸບຕີລາຄາຄຸນນະພາບການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2023−2024
ເວລາອອກຂ່າວ: 2024-06-25 11:08:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1178 | ຄວາມນິຍົມ:



ໃນວັນທີ 24 ມິຖຸນາ 2024 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບ ຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳສົກປີ 2023-2024 ຂຶ້ນ, ຈຸດປະສົງເພື່ອຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກ ແລະ ການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຄະນະພັກກະຊວງປ້ອງກັນປະເທດ ຮັກສາການຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຄໍາສີງ ລືເດດສົມບັດ ກໍາມະການ ຄະນະພັກກົມໃຫຍ ເລຂາໜ່ວຍພັກຫົວໜ້າຫ້ອງການ ກົມໃຫ່ຍເຕັກນິກກອງທັບ, ມີຄະນະກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ອັອດ ສີບຸນເຮືອງ ຮອງເລຂາໜ່ວຍພັກ ຫ້ອງການກົມໃຫຍ່ເຕັກນິກ, ໄດ້ສະຫຼຸບສັງລວມແລະຕີລາຄາຄືນການນໍາພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນສົກປີຜ່ານມາຄະນະໜ່ວຍພັກກໍ່ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ມະຕິ ກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີI ຂອງຄະນະພັກອົງການ ກົມໃຫຍ່ເຕັກນິກກອງທັບ ກໍຄືແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກ ຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ- ນໍາພາແນວຄິດແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກແລະນັກຮົບໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີ ຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກໃນຄັ້ງນີ້ຈາກຄະນະກວດກາທີ່ກ່ຽວຂ້ອງເຫັນວ່າ: ຄະນະໜ່ວຍພັກແລະສະມາຊິພັກແຕ່ລະສະຫາຍໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດຈຳນວນ 26 ສະຫາຍ, ຍິງ 11ສະຫາຍ, ສະມາຊິກພັກກາງຈຳນວນ 0 ສະຫາຍ, ສະມາຊິກພັກອ່ອນ 0 ສະຫາຍ, ສະມາຊິກພັກເສຍທາດ ຈຳນວນ 0 ສະຫາຍ, ສໍາຮອງ 4 ສະຫາຍ, ຄະນະໜ່ວຍພັກມີ 5 ສະຫາຍ, ແບ່ງອອກເປັນ 3ຈຸ ພັກ, ອັດຕາສ່ວນການນໍາພາຂອງພັກ 1OO% ສໍາລັບໜ່ວຍພັກບັນລຸໄດ້ ຄະແນນ 9,4% ຂຶ້ນໄປແລະໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງແລະຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕິດຕໍ່ກັນອີກໜຶ່ງສະໄໝ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຄະນະພັກກະຊວງປ້ອງກັນປະເທດ ຮັກສາການຫົວໜ້າກົມໃຫ່ຍເຕັກນິກກອງທັບ, ກໍ່ໄດ້ໂອ້ລົມຕໍ່ບັນດາສະຫາຍສະມາຊິກພັກໃນທີ່ປະຊຸມກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານການນຳພາຂອງຄະນະໜ່ວຍພັກ, ສະຫາຍສະມາຊິກພັກທີ່ເຫັນໄດ້ຄວາມສຳຄັນໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໄດ້ປະກອບສ່ວນສະຕິປັນຍາ, ເອົາໃຈໃສ່ວຽກງານດ້ານຕ່າງໆ, ປະຕິບັດຕາມເນື້ອໃນ 5ມາດຖານ ແລະ 3ທິດນຳໃນກົດລະບຽບສະໄໝທີXI ຂອງພັກ, ການຈັດຕັ້ງພັກແຕ່ລະຂັ້ນມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານຄຸນທາດການເມືອງດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາບົນພື້ນຖານຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງຂອງສະມາຊິກພັກ. ໂດຍ: ນາງ ບົວທອນ ສຸທໍາມະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ