ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ໜ່ວຍພັກກົມຄຸ້ມຄອງລົດ-ເຮືອກົມໃຫຍ່ເຕັກນິກກອງທັບ ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2023-2024
ເວລາອອກຂ່າວ: 2024-06-25 11:12:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1171 | ຄວາມນິຍົມ:



ໃນວັນທີ24 ມິຖຸນາ 2024 ນີ້, ໜ່ວຍພັກກົມຄຸ້ມຄອງລົດ-ເຮືອກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ທັງເປັນຫົວໜ້າຄະນະກວດກາຊຸກຍູ້ຂະບວນການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກວດກາ, ຄະນະໜ່ວຍພັກແລະສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບສັງລວມແລະຕີລາຄາຄືນການນໍາພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນສົກປີຜ່ານມາ, ໜ່ວຍພັກກົມຄຸ້ມຄອງລົດ-ເຮືອ ກໍ່ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກກົມໃຫຍ່ເຕັກນິກກອງທັບ ມີພາລະບົດບາດນໍາພາ−ບັນຊາຂະແໜງເຕັກນິກລົດໂອໂຕ, ຈັດຕັ້ງປະຕິບັດຄຸ້ມຄອງນໍາໃຊ້ພາຫະນະລົດ ແລະ ເຮືອຂອງກອງທັບ, ຮັບປະກັນວຽກງານເຕັກນິກ, ວັດຖຸອາໄຫຼ່, ຂຶ້ນແຜນບໍາລຸງ−ກໍ່ສ້າງກໍາລັງວິຊາສະເພາະຂະແໜງລົດໂອໂຕເພື່ອປະກອບໃຫ້ກໍາລັງຫລວງ ແລະ ກໍາລັງທ້ອງຖິ່ນໃນກອງທັບ ເຊິ່ງໃນໄລຍະຜ່ານມາຄະນະໜ່ວຍພັກກໍ່ໄດ້ເປັນເຈົ້າການນໍາພາຈັດຕັ້ງປະຕິບັດແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ວ່າດ້ວຍ 4 ໜ້າທີ່ໃຫຍ່ 26ແຜນການ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີI ຂອງຄະນະພັກກົມໃຫຍ່ເຕັກນິກກອງທັບ ກໍຄືແຜນການຄາດໝາຍສູ້ຊົນຂອງໜ່ວຍພັກໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາສົກປີ 2023 -2024 ຈາກຄະນະກວດກາເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດຈຳນວນ 19 ສະຫາຍ, ຍິງ 3 ສະຫາຍ, ສະມາຊິກພັກກາງຈຳນວນ 0 ສະຫາຍ, ສະມາຊິກພັກອ່ອນ ຈຳນວນ 0 ສະຫາຍ, ສະມາຊິກພັກເສຍທາດ ຈຳນວນ 0 ສະຫາຍ, ສະມາຊິກພັກບໍ່ໄດ້ແບ່ງປະເພດຈຳນວນ 2 ສະຫາຍ, ສໍາລັບໜ່ວຍພັກ ບັນລຸໄດ້ ຄະແນນ 9,5% ຂຶ້ນໄປ ແລະ ໄດ້ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງແລະຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕິດຕໍ່ກັນອີກໜຶ່ງສະໄໝ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແລະຜົນສໍາເລັດທີ່ໜ່ວຍພັກຍາດມາໄດ້ໃນຄັ້ງນີ້ແລະຮຽກຮ້ອງໃຫ້ຄະນະໜ່ວຍ ປັບປຸງທັດສະນະຮັບຮູ້ແນວທາງປ່ຽນແປງໃໝ່ຂອງພັກ, ຕອບຕ້ານໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິ, ພ້ອມກັນຍົກສູງຄວາມຮັບຜິດຊອບ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ພັດທະນາແບບແຜນວິທີເຮັດວຽກທີ່ຮັດກຸມໃຫ້ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະເເຈ້ງ, ມີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີການສໍາຫຼວດກວດກາ, ຖືເອົາການດໍາເນິນຊີວິດການເມືອງພາຍໃນໜ່ວຍພັກ, ຈຸພັກແລະພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ບັນລຸຜົນເປັນຈິງ. ພາບ-ຂ່າວ ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ