
ປິດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ເລຂາ-ຮອງເລຂາ ກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2024-06-25 11:16:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1075 | ຄວາມນິຍົມ:
ພິທີປິດຊຸດຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ເລຂາ-ຮອງເລຂາຄະນະພັກຮາກຖານ,ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຈໍາປາສັກໄດ້ຈັດຂຶ້ນໃນວັນທີ21 ມິຖຸນາ 2024 ນີ້, ຢູ່ທີ່ສະໂມສອນຂອງກົມກອງໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຮັກສາການເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກຮາກຖານ 5 ຫ້ອງກອງບັນຊາການ, ເລຂາ-ຮອງເລຂາຄະນະພັກຮາກຖານທີ່ມາຈາກກອງບັນຊາການທະຫານ 9ຕົວເມືອງ 1ນະຄອນ, ໂຮງຮຽນ, ໂຮງໝໍ, ກອງພັນ, ກອງຮ້ອຍເອກະລາດ,ກອງຮ້ອຍທະຫານຊາຍແດນ ຕະຫຼອດຮອດໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 5 ຫ້ອງກອງບັນຊາການເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊມຸງຄຸນ ນາຄໍາ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງຈໍາປາສັກ,ໄດ້ຂື້ນຜ່ານບົດລາຍງານຫຍໍ້ ຜົນສໍາເລັດການຝືກອົບຮົມສ້າງຄວາມເຂັ້ມແຂງໃຫ້ເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງແລະບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຝືກອົບຮົມມາເປັນເວລາ 03ວັນ ເຫັນໄດ້ວ່າການຝືກອົບຮົມຊຸດນີ້ແມ່ນໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກກອງບັນຊາການທະຫານແຂວງ, ຄະນະຮັບຜິດຊອບການຝືກອົບຮົມໄດ້ເອົາໃຈໃສ່ຕໍ່ຄວາມຮັບຜິດຊອບຂອງຕົນຕາມການແບ່ງງານ, ແບ່ງຄວາມຮັບຜິດຊອບໃນການຂຶ້ນບັນຍາຍເອກກະສານຕາມຫົວຂໍ້ທີ່ໄດ້ກຳນົດໄວ້ແລະໄດ້ສຸ່ມໃສ່ອະທິບາຍຊີ້ແຈ້ງແລະລົງເລິກບາງບັນຫາໃຫ້ບັນດານັກສຳມະນາກອນໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ນອກຈາກນັ້ນ ຍັງໄດ້ນຳພານັກສຳມະນາກອນສຸມໃສ່ລົງເລິກຄົ້ນຄົ້ວ, ປະກອບຄຳຄິດ, ຄຳເຫັນ, ແລກປ່ຽນກ່ຽວກັບບັນຫາຕ່າງໆທີ່ກຳນົດໄວ້ໃນເອກກະສານຂອງແຕ່ລະບົດ, ເຊິ່ງແມ່ນຂີດໝາຍອັນສຳຄັນໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີແລະປະສົບການຕົວຈີງໃນການຈັດຕັ້ງຜັນຂະຫຍາຍແລະ ປະຕິບັດບັນດາແນວທາງຂອງພັກ, ຂໍ້ກຳນົດ, ມະຕິຄຳສັ່ງຂອງຄະນະພັກຂັ້ນເທິງ ແລະ ຮາກຖານຂັ້ນຕົນໃນສະພາບເງື່ອນໄຂໃໝ່, ເຮັດໃຫ້ນັກສຳມະນະນາກອນກຳໄດ້ບັນດາເນື້ອໃນບົດຮຽນສຳຄັນອັນໃໝ່, ສ້າງໄດ້ຄວາມຮັບຮູ້ຄວາມເຂົ້າໃຈຕໍ່ກັບເນື້ອໃນບົດທີ່ກຳນົດໄວ້ໃນເອກກະສານ, ຜ່ານການຝືກອົບຮົມສາມາດຕີລາຄາປະເມີນຜົນການໃນແຕ່ລະດ້ານດັ່ງນີ້: ການສົ່ງຄວາມຮູ້ຂອງນັກວິທະຍາກອນ ກວມເອົາ 85%, ການບໍລິການຮັບໃຊ້ການຝືກອົບຮົມຮັບປະກັນ90%, ຄວາມຮັບຮູ້ແລະຄວາມເຂົ້າໃຈຂອງນັກສຳມະນາກອນກວມເອົາ85% .
ໂອກາດນີ້, ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ປະທານພິທີກໍ່ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາໃນແຕ່ລະຂັ້ນຈົ່ງສືບຕໍ່ເອົາໃຈໃສ່ສືກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສາມະຊິກພັກ-ນັກຮົບເປັນກົກ, ມີຄວາມອຸ່ນອຽ່ງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນສົມບັດສີນທຳປະຕິວັດມີແບບແຜນດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ຊື່ສັດບໍ່ລິສຸດປະຫຍັດອົດທົນ ເພິ່ງຕົນເອງ, ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງທີ່ໄດ້ເຂົ້າຮ່ວມການຝືກອົບຮົມຄັ້ງນີ້ ຈົ່ງພ້ອມກັນນຳເອົາບັນດາເນື້ອໃນຈິດໃຈການເຜີຍແຜ່ເອກກະສານນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີປະສິດທິພາບສູງສຸດ.
ຂ່າວ: ສົມພອນ ພົງສະຫັວດ
ພາບ: ນາງ ສີລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ