ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VII ຂອງອົງຄະນະພັກກອງພັນໃຫຍ່ 645
ເວລາອອກຂ່າວ: 2024-06-25 14:55:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1041 | ຄວາມນິຍົມ:
ໃນວັນທີ 21 ມິຖຸນາ 2024 ນີ້, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີVII ຂອງອົງຄະນະພັກກອງພັນໃຫຍ່ 645, ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ທີ່ສະໂມສອນກອງດັ່ງກ່າວພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຜູ້ຕ່າງໜ້າຈາກກົມກອງທີ່ກ່ຽວຂ້ອງ, ແຂກຖືກເຊີນ, ບັນດາສະຫາຍໃນຄະນະພັກແລະຜູ້ແທນສະມາຊິກພັກທົ່ວກອງພັນໃຫຍ່ 645 ເຂົ້າຮ່ວມ.
ໃນພິທິ ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ 645 ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ, ເພື່ອສະຫຼຸບຄືນກ່ຽວກັບການຈັດຕັ້ງປະຕິບັດ, ການຊີ້ນຳ-ນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະພັກໃນໄລຍະ 5 ປີ ຜ່ານມາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກຮັບຮູ້, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານບ້ານປະຊາຊົນອ້ອມຂ້າງຕາມ 4 ເນື້ອໃນ 4 ຄາດໝາຍ, ໂດຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບ,ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ບັນດາປະກົດການຫຍໍ້ທໍ້ຕ່າງໆເພື່ອຕ້ານ ແລະ ແກ້ໄຂໃຫ້ທັນເວລາ, ຮັກສາຄວາມປອດໄພພາຍໃນກົມກອງໃຫ້ມີຄວາມສະຫງົບ100%, ໃນກອງປະຊຸມຍັງໄດ້ຮັບຮອງຢ່າງເປັນເອກະສັນຕໍ່ເນື້ອໃນລະອຽດໃນບົດລາຍງານການເມືອງທັງ 2 ພາກຂອງຄະນະບໍລິຫານງານພັກ, ພ້ອມກັນນັ້ນຍັງໄດ້ຮັບຝັງການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຂອງບັນດາສະຫາຍຜູ້ແທນສະມາຊິກພັກດ້ວຍບັນຍາກາດທີ່ເປັນລັກສະນະສ້າງສັນ, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່, ເຊິ່ງມີຜູ້ສະໝັກ 13ສະຫາຍ, ເລືອກເອົາ 9 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກນີ້, ໄດ້ເປັນເອກະສັນຮັບຮອງ ສະຫາຍ ພັນໂທສຸບິນ ດວງໂສພາ ເປັນເລຂາຄະນະພັກ ແລະ ຮັບຮອງ ສະຫາຍ ພັນໂທ ບຸນມີສຸກ ພຸດສະດີ ເປັນຮອງເລຂາຄະນະພັກກອງພັນໃຫຍ່ 645 ຊຸດ ໃໝ່.
ໂດຍ: ຮູ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ