ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຄະນະຜູ້ແທນວິທະຍາຄານປືນໃຫຍ່ ມີຄາຍລົບ ສ ຣັດເຊຍຢ້ຽມຢາມ ແລະ ເຮັດວຽກງານຢູ່ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2019-05-16 09:49:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2093 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 14 ພຶດສະພາ 2019 ນີ້, ສະຫາຍພົນ ຈັດຕະວາ ບຸນຈັນ ລາດສະວົງ ຫົວຫນ້າການທະຫານວິທະຍາ ຄານກົມມະດຳ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການມາ ຢ້ຽມຢາມ ແລະ ເຮັດວຽກຂອງຄະ ນະຜູ້ແທນວິທະຍາຄານປືນໃຫຍ່ ມີຄາຍລົບ ສະຫະພັນຣັດເຊຍ ເຊິ່ງນຳໂດຍ ສະຫາຍ ພົນຕີ ບາກາ ເນຢຽບ ເຊເກ ອານາໂຕຢຽບວິດ ຫົວຫນ້າຄະນະ, ມີສະຫາຍພັນ ເອກ ໂກໂວໂຣບ ອາເລັກເຊ ອາ ກາຢຽບວິດ ທີ່ປຶກສາທູດປ້ອງ ກັນຊາດ ສ ຣັດເຊຍ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວສະຫາຍ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາ ຄານກົມມະດຳ ກໍໄດ້ຕາງໜ້າ ໃຫ້ຄະນະອຳນວຍການ, ພະ ນັກງານ-ນັກຮົບ ກ່າວສະແດງ ຄວາມຂໍ່ານັບຊົມເຊີຍ ແລະ ຍິນດີ ຕ້ອນຮັບສະຫາຍ ພົນຕີ ບາກາ ເນຢຽບ ເຊເກ ອານາໂຕຢຽບວິດ ພ້ອມດ້ວຍຄະນະທີ່ໄດ້ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ວິທະຍາ ຄານກົມມະດຳຄັ້ງນີ້, ເຊິ່ງເປັນ ການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີການພົວ ພັນຮ່ວມມືລະຫວ່າງ 2 ກອງທັບ ກໍຄືລະຫວ່າງວິທະຍາຄານກົມ ມະດຳກັບວິທະຍາຄານປືນໃຫຍ່ ມີຄາຍລົບ ສ ຣັດເຊຍ ໃຫ້ມີ ຄວາມແໜ້ນແຟ້ນ ແລະ ຈະເລີນ ງອກງາມຂຶ້ນໄປເລື້ອຍໆ, ຈາກ ນັ້ນທັງສອງຝ່າຍກໍໄດ້ພ້ອມກັນ ຄົ້ນຄວ້າປຶກສາຫາລືກ່ຽວກັບ ວຽກງານການຮຽນ-ການສອນ ແລະ ໄປເບິ່ງຄວາມເປັນລະ ບຽບຮຽບຮ້ອຍຂອງຫໍພັກນັກ ສຶກສາ ແລະ ໄປທ່ຽວຊົມເບິ່ງ ຫ້ອງຮຽນ ແລະ ເຮືອນມຽນປືນ ໃຫຍ່ຂອງວິທະຍາຄານກົມມະ ດຳນຳອີກ. ໂດຍ: ຈູມມະນີ ລັດສະພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ