ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊ ລົງປະເມີນຜົນໜ່ວຍພັກປອດ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ
ເວລາອອກຂ່າວ: 2018-11-19 09:52:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 106 | ຄວາມນິຍົມ:



ໃນລະຫວ່າງເດືອນ ຕຸລາ ຫາ ເດືອນ ພະຈິກ 2018 ນີ້ ທີມງານ ປະເມີນຜົນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແຫນ້ນ ກອງບັນ ຊາການທະຫານແຂວງອຸດົມໄຊ ນຳໂດຍ ພັນໂທ ຕຸ້ຍ ພົມມີໄຊ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ລົງປະເມີນຜົນການກໍ່ສ້າງ ຫນ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ແຕ່ລະໜ່ວຍພັກທົ່ວ ທະຫານແຂວງອຸດົມໄຊ. ການລົງປະເມີນຜົນໃນຄັ້ງນີ້ ບົນພື້ນຖານແມ່ນແມ່ນການປະຕິ ບັດຕາມ 5 ເນື້ອໃນ ການປັບປຸງ ກໍ່ສ້າງໜ່ວຍພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ, ໜັກແຫນ້ນ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປະ ເທດວາງອອກ, ເພື່ອຕີລາຄາຄືນ ແລະ ປະເມີນຜົນການຊີ້ນຳ-ນຳ ພາທົ່ວອົງຄະນະພັກກອງບັນຊາ ການທະຫານແຂວງ, ຄວາມ ເປັນແບບຢ່າງທາງດ້ານຄຸນທາດ ການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ເພື່ອຮັບປະກັນທຸກຂົງ ເຂດວຽກງານວິຊາສະເພາະໃຫ້ ໄດ້ຮັບການພັດທະນາຂຶ້ນ ເລື້ອຍໆ. ມາຮອດປັດຈຸບັນການ ລົງປະເມີນຜົນໜ່ວຍພັກ ປອດ ໃສ, ເຂັ້ມແຂງ, ໜັກແຫນ້ນປະ ຈຳປີ 2018 ສຳເລັດແລ້ວ 9 ໜ່ວຍພັກຄື ໜ່ວຍພັກໂຮງໝໍທະ ຫານແຂວງ, ໜ່ວຍພັກກອງຮ້ອຍ 141, ໜ່ວຍພັກຫ້ອງທີ 1 ແລະ ໜ່ວຍພັກທີ 2 ຫ້ອງພະລາ, ໜ່ວຍ ພັກສຳນັກງານກອງພັນນ້ອຍ 414, ໜ່ວຍພັກກອງຮ້ອຍ 4, ກອງຮ້ອຍ 15, ກອງຮ້ອຍ 16 ແລະ ໜ່ວຍພັກຫ້ອງການເມືອງ. ສາມາດຕີລາຄາຄັດເລືອກໄດ້ສະ ມາຊິກພັກແຂງທັງໝົດກວມເອົາ 90,19%, ກາງ 9,45 %. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ