ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຄະນະກອງພັນໃຫຍ່ 605 ຕ້ອນຮັບຄະນະຜູ້ແທນວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບຣັດເຊຍ
ເວລາອອກຂ່າວ: 2019-05-20 09:18:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1942 | ຄວາມນິຍົມ:



ໃນໂອກາດທີ່ຄະນະຜູ້ແທນ ວິທະຍາຄານປືນໃຫຍ່ ມີຄາຍລົບ ກອງທັບຣັດເຊຍ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຄະນະຜູ້ແທນດັ່ງກ່າວໄດ້ລົງ ມາຢ້ຽມຢາມກອງພັນໃຫຍ່ 605 ໃນຕອນເຊົ້າຂອງວັນທີ 14ພຶດສະ ພາ 2019 ນີ້, ນຳໂດຍສະຫາຍພົນ ຕີ ບາກາແນບ ເຊີເກ ອາໂຕນລືວິຈ, ຫົວໜ້າວິທະຍາຄານປືນໃຫຍ່ ມີ ຄາຍລົບ ກອງທັບແຫ່ງ ສ ຣັດ ເຊຍ ພ້ອມດ້ວຍຄະນະ, ໂດຍການ ຕ້ອນຮັບຈາກຄະນະພັກ-ຄະນະ ບັນຊາພະນັກງານ-ນັກຮົບ ກອງ ພັນໃຫຍ່ 605 ແລະ ເປັນກຽດເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະ ວາ ວົງແກ້ວ ວົງພິລາ ຫົວໜ້າກົມ ປືນໃຫຍ່ໜ້າດິນກົມໃຫຍ່ເສນາທິ ການກອງທັບ. ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ຫົວໜ້າການທະການ ກອງພັນໃຫຍ່ 605 ໄດ້ຂຶ້ນລາຍ ງານຫຍໍ້ສະພາບການເຄື່ອນໄຫວ ວຽກງານທີ່ຜ່ານມາ ແລະ ມູນ ເຊື້ອຄວາມເຕີບໃຫຍ່ຂະຫຍາຍ ຕົວຂອງກົມກອງ, ກອງພັນໃຫຍ່ 605 ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 15 ທັນວາ 1954 ເປັນກົມ ກອງທໍາອິດຂອງເຫຼົ່າຮົບປືນໃຫຍ່ ໜ້າດິນ, ກອງທັບປົດປ່ອຍປະຊາ ຊົນລາວໃນເມື່ອກ່ອນ, ເຊິ່ງໄດ້ ຈັດຕັ້ງມີ 7 ກອງຮ້ອຍ ແລະ ປະ ກອບອາວຸດແບກຫາບເຊັ່ນ: ຄົກ 81 ມມ, ເດກາ 57 ມມ ທີ່ຍຶດມາ ໄດ້ຈາກສັດຕູ, ພາຍຫຼັງໄດ້ຮັບ ການສ້າງຕັ້ງ, ກົມກອງກໍໄດ້ປະ ສານສົມທົບກັບບັນດາກົມກອງ ເຫຼົ່າຮົບອື່ນໆ, ເຄື່ອນໄຫວຢ່າງ ຕັ້ງໜ້າໃນພາລະກິດປະຕິວັດປົດປ່ອຍຊາດ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນປັດຈຸບັນ. ການພົບປະລະຫວ່າງ 2 ຝ່າຍ ຍັງໄດ້ປຶກສາຫາລື ແລະ ຖອດ ຖອນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານຂອງ ເຫຼົ່າຮົບ, ເພື່ອຄວາມຮັດແໜ້ນ ຄວາມສາມັກຄີລະຫວ່າງເຫຼົ່າ ຮົບປືນໃຫຍ່ໜ້າດິນກອງທັບປະ ຊາຊົນລາວກັບວິທະຍາຄານປືນ ໃຫຍ່ມີຄາຍລົບກອງທັບ ສ ຣັດ ເຊຍ ທີ່ມີສາຍພົວພັນນຳກັນມາ ແຕ່ດົນນານ,ພ້ອມທັງໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບ ລາວ-ຣັດເຊຍເວົ້າລວມ, ເວົ້າສະ ເພາະ 2 ເຫຼົ່າຮົບປືນໃຫຍ່ 2 ກອງ ທັບ ລາວ-ຣັດເຊຍໃຫ້ແໜ້ນແຟ້ນ ຍິ່ງຂຶ້ນ. ໂດຍ: ນ. ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ