
ກອງພົນທີ 2 ຈັດພິທີ ມອບ - ຮັບໜ້າທີ່ຫົວໜ້າຫ້ອງການ ແລະ ບັນດາພະແນກການ
ເວລາອອກຂ່າວ: 2024-07-10 10:46:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 980 | ຄວາມນິຍົມ:
ວັນທີ 08 ກໍລະກົດ 2024 ນີ້, ກອງພົນທີ 2 ໄດ້ຈັດພິທີ ມອບ - ຮັບໜ້າທີ່ລະຫວ່າງ ສະຫາຍພັນໂທ ຄໍາພາ ພຸດຫຼຽນທອງ ຫົວໜ້າຫ້ອງການຜູ້ເກົ່າ ແລະ ສະຫາຍ ພັນໂທ ບຸນເລີດ ແກ້ວອຸດົມ ຫົວໜ້າຫ້ອງການຜູ້ໃໝ່, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ2 , ມີບັນດາຄະນະຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາພາ ພຸດຫຼຽນທອງ ຫົວໜ້າຫ້ອງການຜູ້ເກົ່າ ໄດ້ຜ່ານບົດລາຍງານ ຕີລາລາຄືນກ່ຽວກັບຜົນສໍາເລັດໃນການຊີ້ນໍາ-ນໍາພາ ຕະຫຼອດໄລຍະ 9 ປີຜ່ານມາ ພ້ອມທັງກ່າວມອບໜ້າທີິໃຫ້ ສະຫາຍ ພັນໂທ ບຸນເລີດ ແກ້ວອຸດົມ ຫົວໜ້າຫ້ອງການຜູ້ໃໝ່ ສືບຕໍ່ຊີ້ນຳ-ນໍາພາວຽກງານດັ່ງກ່າວຕໍ່ໄປ.
ຂ່າວຍັງໃຫ້ຮູ້ອີກຕື່ມວ່າ: ໃນວັນດຽວກັນນີ້ ຢູ່ຫ້ອງການເມືອງກອງພົນທີ2 ຍັງໄດ້ມີພິທີມອບຮັບໜ້າທີ່ລະຫວ່າງ ຫົວໜ້າພະແນກຊາວໜຸ່ມ , ຮອງຫົວໜ້າພະແນກຈັດຕັ້ງພັກ ແລະ ຮອງຫົວໜ້າພະແນກໂຄສະນາອົບຮົມ ຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.
ໂດຍ:ຄໍາຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ