
ປະກາດການແຕ່ງຕັ້ງຫົວໜ້າກົມການເງິນກົມໃຫຍ່ພະລາທິການກອງທັບ.
ເວລາອອກຂ່າວ: 2024-07-10 14:58:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1216 | ຄວາມນິຍົມ:
ວັນທີ 9 ກໍລະກົດ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າກົມການເງິນກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ພະນັກງານຫຼັກແຫຼ່ງພາຍໃນກົມ ແລະ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມການເງິນກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມການສະເໜີຂອງກົມໃຫຍ່ພະລາທິການກອງທັບ, ອີງຕາມການຄົ້ນຄວ້າຕົກລົງເປັນເອກະພາບກອງປະຊຸມຄະນະປະຈໍາພັກກະຊວງປ້ອງກັນປະເທດຄັ້ງວັນທີ 17 ມິຖຸນາ 2024 ແລະ ອີງຕາມການນໍາສະເໜີຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ລໍາເງິນ ສຸຂະວົງ ເປັນຫົວໜ້າກົມການເງິນກົມໃຫຍ່ພະລາທິການກອງທັບ ຜູ້ໃໝ່, ຈາກນັ້ນ ກໍໄດ້ຜ່ານໜັງສືນໍາສົ່ງຂອງກົມໃຫຍ່ການເມືອງກອງທັບ ອີງຕາມ ຂໍ້ຕົກລົງຍົກຍ້າຍຂອງກະຊວງການເງິນ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ຕົກລົງ: ນໍາສົ່ງ ສະຫາຍ ພັນໂທ ສາຍຄໍາ ແກ້ວຍະສານ ຫົວໜ້າພະແນກຄຸ້ມຄອງງົບປະມານ ປກຊ-ປກສ ກົມງົບປະມານແຫ່ງລັດ ກະຊວງການເງິນ ໄປໃຫ້ກົມການເງິນກົມໃຫຍ່ພະລາທິການກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ