ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງໜ່ວຍພັກກົມຊ່າງແສງ
ເວລາອອກຂ່າວ: 2024-07-10 15:46:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1217 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ຂອງໜ່ວຍພັກກົມຊ່າງແສງ, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ເລຂາໜ່ວຍພັກ ຫົວໜ້າກົມຊ່າງແສງ ພ້ອມດ້ວຍຄະນະໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຊ່າງແສງ ໄດ້ຜ່ານບົດລາຍງາຍການເມືອງທັງສອງພາກ, ເຊີ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານເປັນຕົ້ນແມ່ນ: ວຽກງານປັບປຸງກໍ່ສ້າງພັກ ຄະນະໜ່ວຍພັກໄດ້ຊີ້ນໍາ-ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກເຊື່ອມຊຶມກຳແໜ້ນແນວທາງການ ເມືອງ, ການທະຫານ, ເສດຖະກິດ-ສັງຄົມ, ການຕ່າງປະເທດຂອງພັກ ຢ່າງເລິກເຊິ່ງ ເຮັດໃຫ້ສະພາບຂອງສະມາຊິກພັກ ມີຄວາມເຊື່ອໝັ້ນຕໍອຸດົມການ ແລະ ຕໍ່ການນໍາພາຂອງພັກ, ປະຕິບັດຂໍ້ຫ້າມຂອງສະມາຊິກພັກໄດ້ຢ່າງເຂັ້ມງວດ, ໄດ້ເອົາໃຈໃສ່ຊີ້ນໍາ, ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງຖັນແຖວພະນັກງານສະມາຊິກພັກຢູ່ພາຍໃນໜ່ວຍພັກຢ່າງມີຈຸດສຸມ, ສະກັດກັ້ນ ແລະ ຕ້ານໄດ້ການແຊກຊ້ອນຂອງພວດອິດທິກຳລັງປໍລະປັກ ເຂົ້າພາຍໃນການຈັດຕັ້ງພັກ ເຮັດໃຫ້ການຈັດຕັ້ງພັກພາຍໃນກົມມີຄວາມ ປອດໃສ ເຂັ້ມແຂງ ໜັກແໜ້ນ, ພ້ອມນີ້ຄະນະໜ່ວຍພັກໄດ້ເອົາໃຈໃສ່ຄຸ້ມຄອງພັກທາງດ້ານຈໍານວນ ແລະ ຖືເອົາ ຄຸນນະພາບເປັນກົກ. ຕະຫຼອດໄລຍະ 5 ປີທີ່ຜ່ານມາ ໜ່ວຍພັກກົມຊ່າງແສງ ໄດ້ຮັບການຢັ້ງຢືນຈາກຄະນະພັກຂັ້ນເທິງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ສະໄໝຕິດຕໍ່ກັນ, ໄດ້ຮັບການຢັ້ງຢືນ ເປັນກົມກອງ ປອດໃສ ປອດໄພ ປອດຄະດີ 5 ຄັ້ງ ແລະ ສ້າງໄດ້ສະມາຊິກພັກປອດໃສ ເຂັ້ມແຂງ ໜັກແໜ້ນ 30 ສະຫາຍ.
ຈາກນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງປະກອບມີ ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ເປັນເລຂາໜ່ວຍພັກ, ສະຫາຍ ພັນເອກ ບຸນສົດ ອິນສີນາ ເປັນຮອງ, ສະຫາຍ ພັນເອກ ມອນໄທ ສະລິດໄຊ, ສະຫາຍ ພັນເອກ ບົວພາ ໄມພອນ ແລະ ສະຫາຍ ພັນເອກ ໂອພາດ ທຳມະທອງ ເປັນກຳມະການໜ່ວຍພັກ.
ໂດຍ: ນັກຮົບຊ່າງແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ