ພິທີປິດການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024"
ເວລາອອກຂ່າວ: 2024-07-18 14:16:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1277 | ຄວາມນິຍົມ:
ໃນວັນທີ 18 ກໍລະກົດ 2024 ນີ້,ການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024"ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ,ມີສະຫາຍ ພົນໂທ ຢີນ ຫົງເຫວີນ ຮອງຫົວໜ້າຄະນະກໍາມະການການເມືອງ ຫົວໜ້າກົມວຽກງານການເມືອງເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນ,ມີສະຫາຍ ພົນຕີ ພັນແສງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຮອງຫົວໜ້າຄະນະຊີ້ນໍາລວມຊ້ອມຮົບຮ່ວມລາວ-ຈີນ,ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ,ມີສະຫາຍການນໍາພັກ-ລັດ,ຄະນະນໍາຈາກບັນດາກະຊວງ,ອົງການ,ອົງການປົກຄອງທ້ອງຖິ່ນ,ມີຄະນະຊີ້ນໍາລວມ,ບັນດາອະນຸກໍາມະການ ພ້ອມດ້ວຍນາຍ ແລະ ພົນທະຫານສອງກອງທັບລາວ-ຈີນເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນໂທ ຢີນ ຫົງເຫວີນ ກໍໄດ້ຂຶ້ນກ່າວມີຄໍາເຫັນວ່າ: ການຊ້ອມຮົບຮ່ວມລາວຈີນ"ໂລ້ກໍາບັງມິດຕະພາບ-2024" ເປັນການຍົກລະດັບຄູ່ຮ່ວມມືຍຸດທະສາດໝັ້ນຄົງຍາວນານ,ຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງກອງທັບລາວ-ຈີນ ຈີນ-ລາວ ປີ 2024 ລະຫວ່າງເຂດສູ້ຮົບພາກໃຕ້ກອງທັບປົດປ່ອຍປະຊາຊົນຈີນກັບກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດທັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມລະຫວ່າງສອງພັກ,ສອງລັດ ແລະ ສອງກອງທັບລາວ-ຈີນ ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ມີຄໍາເຫັນພ້ອມທັງກ່າວປິດການຊ້ອມຮົບຮ່ວມລາວ-ຈີນວ່າ:ການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024" ຂ້າພະເຈົ້າຕາງໜ້າຄະນະຊີ້ນໍາຂອງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ຂໍສະແດງຄວາມຄວາມຂອບໃຈຄະນະນໍາກະຊວງປ້ອງກັນປະເທດກອງທັບປົດປ່ອຍປະຊາຊົນຈີນທີ່ໄດ້ນໍາກຳລັງພົນ,ພາຫະນະ,ອາວຸດ ເຂົ້າມາຮ່ວມໃນການຊ້ອມຮົບກັບກອງທັບປະຊາຊົນລາວ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອ,ສະໜັບສະໜູນໃຫ້ແກ່ກອງທັບປະຊາຊົນລາວໃນຫຼາຍດ້ານດ້ວຍຄວາມຈິງໃຈ ເຮັດໃຫ້ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ສາມາດຍົກລະດັບຄວາມຮູ້-ຄວາມສາມາດ,ແບບແຜນ,ຍຸດທະວິທີໃນການບັນຊາສູ້ຮົບ, ອວຍພອນແດ່ ນາຍ ແລະ ພົນທະຫານກອງທັບປົດປ່ອຍປະຊາຊົນຈີນ,ນາຍ ແລະ ພົນທະຫານກອງທັບປະຊາຊົນລາວຈົ່ງມີສຸຂະພາບເຂັ້ມແຂງ,ນໍາເອົາບົດຮຽນໃນການຊ້ອມຮົບຄັ້ງນີ້ໄປນໍາໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງບັນດາສະຫາຍ,ອວຍພອນແດ່ສາຍພົວພັນມິດຕະພາບ,ມູນເຊື້ອອັນດີງາມຂອງສອງຊາດ,ສອງກອງທັບລາວ-ຈີນຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ
ມາຮອດເວລານີ້ການຊ້ອມຮົບຮ່ວມລາວ-ຈີນ"ໂລ້ກໍາບັງມິດຕະພາບ-2024"ໄດ້ສິ້ນສຸດລົງນັບແຕ່ເວລານີ້ເປັນຕົ້ນໄປ.
ໃນພິທີ ຍັງໄດ້ມອບໃບຍ້ອງຍໍ,ຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ກໍາລັງຊ້ອມຮົບສອງກອງທັບລາວ-ຈີນ ຈໍານວນໜຶ່ງຕື່ມອີກ
ຂ່າວ:ສົມຄິດ ພູມມີຈິດ
ພາບ: ສຸເວດ ສີດາຄໍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ