ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊກອງ ສ້າງ​ຂະ​ບວນ​ການຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 69 ປີ
ເວລາອອກຂ່າວ: 2024-07-19 08:28:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 481 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 14-16 ກໍລະກົດ 2024, ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໄດ້​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 69 ປີ ດ້ວຍ​ການ​ອອກແຮງ​ງານ​ລວມ, ໂດຍ​ການ​ນຳພາ​ຂອງສະຫາຍ ພັນ​ຕີ ນາງ ວັນນີ ວໍລະ​ສິນ ຫົວໜ້າພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ. ການ​ອອກແຮງ​ງານ​ລວມ​ຄັ້ງ​ນີ້, ແມ່ນ​ອະນາໄມ​ຕັດ​ຫຍ້າ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ອ້ອມ​ຂ້າງ​ຄ້າຍ​ຄູໃຫ້​ມີ​ຄວາມ​ສະອາດ​ຈົບງາມ ແລະ ເປັນ​ລະບຽບ​ຮຽບ​ຮ້ອຍ. ພ້ອມ​ກັນ​ນີ້, ຍັງ​ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ເປ​ຕັງ ເພື່ອ​ສ້າງ​ມິດຕະພາບ​ພາຍ​ໃນ​ກົມ​ກອງ ໂດຍ​ປະຕິບັດ​ຕາມ​ຂໍ້​ແຂ່ງຂັນ ວ່າ​ດ້ວຍ 7 ລະບອບ 18 ວຽກ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ແລະ ຂໍ້​ແຂ່ງຂັນ 3ດີ ຂອງ​ແມ່ຍິງ ຕິດ​ພັນ​ກັບຂະ​ບວນ​ການ 4 ບຸກ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ວາງ​ອອກ. ໂດຍ: ກອງ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ