ສະຫະພັນແມ່ຍິງ ກອງພັນໃຫຍ່ 643 ສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ
ເວລາອອກຂ່າວ: 2024-07-19 08:30:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:
ໃນລະຫວ່າງວັນທີ 15-16 ກໍລະກົດ 2024, ສະຫາຍ ພັນໂທ ນາງ ຈັນພຸດ ສົມໄພວັນ ຫົວໜ້າຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 643 ໄດ້ນຳພາສະມາຊິກສະຫະພັນແມ່ຍິງກົມກອງ ສ້າງຂະບວນການຂໍ່ານັບຮັບຕ້ອນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ( 20 ກໍລະກົດ1955 - 20 ກໍລະກົດ 2024), ວັນສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ, ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 47 ປີ.
ການສ້າງຂະບວນການຄັ້ງນີ້ໄດ້ມີການຟ້ອນ ໃນບົດຟ້ອນລຳວົງລາວ ເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີລາວ ໃນ 3 ຈັງຫວະ; ກິລາບານສົ່ງຍິງ ແລະ ແຂ່ງຂັນອົມນໍ້າໃສ່ແກ້ວ ທັງນີ້, ເພື່ອແນໃສ່ປຸກລະດົມຄະນະສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ເປັນເຈົ້າການເຂົ້າຮ່ວມເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າໃຫ້ສະມາຊິກສະຫະພັນແມ່ຍິງ ທົ່ວກອງພັນໃຫຍ່ 643 ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ໂດຍ: ຄຳໝັ້ນ ຄົງວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ