ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ທະຫານ​ແຂວງ​ຈຳປາ​ສັກ ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານເຕະມິດຕະພາບ ກັບ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ
ເວລາອອກຂ່າວ: 2024-07-19 08:33:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 468 | ຄວາມນິຍົມ:



ວັນ​ທີ 12 ກໍລະກົດ 2024 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານເຕະ​ມິດຕະພາບ ກັບ ໂຮງຮຽນວັດທະ ນະທຳຊົນເຜົ່າ​ກອງທັບ ຢູ່​ທີ່​ເດີ່ນ​ກິລາ​ຂອງ​ກົມ​ກອງ, ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ວິລະ​ຕູ່ ວໍລະ​ຈິດ ຫົວໜ້າການເມືອງກອງ​ບັນຊາ​ການ​ທະຫານ​ແຂວງ ຈຳປາ​ສັກ ແລະ ສະຫາຍ ພັນ​ເອກ ເພັດ​ສະໝອນ ວິລະ​ວອນ ຫົວໜ້າ​ ການ​ທະຫານ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ພ້ອມ​ດ້ວຍ​ນັກ​ກິລາ ທັງ​ສອງ​ທີມ ເຂົ້າ​ຮ່ວມ. ການ​ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້, ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ເວົ້າ​ສະ ເພາະ ແມ່ນ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ໃຫ້​ມີ​ບັນຍາກາດ​ຟົດຟື້ນ ພ້ອມ​ທັງ, ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ ແລະ ແລກປ່ຽນ​ບົດຮຽນ ລະຫວ່າງ ນັກ​ກິລາ ກອງ​ບັນຊາ​ການ​ທະຫານ ​ແຂວງ​ຈຳປາ​ສັກ ກັບ ນັກ​ກິລາ ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງທັບ ແລະ ​ເປັນ​ການ​ເຝິກຝົນກໍາລັງແຮງກາຍ ໃຫ້​ມີ​ສຸຂະພາບ​ແຂງແຮງ ເພື່ອ​ພ້ອມ​ກັນ ເຮັດ​ສຳເລັດ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ