ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ປະກາດ​ການ​ຮັບຮອງ​ເອົາ 4 ບ້ານ ຂອງ​ເມືອງ​ພູ​ກູດ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2024-07-19 08:36:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 571 | ຄວາມນິຍົມ:



ພິທີ​ປະກາດ​ການ​ຮັບຮອງ​ເອົາ 4 ບ້ານ​ຄື: ບ້ານ​ເຄິງ, ບ້ານ​ນາ​ຊາຍ​ທອງ, ບ້ານ​ພຽງ​ຫຼວງ ແລະ ບ້ານ ຈອມ​ສີ ທີ່​ຂຶ້ນ​ກັບ​ເມືອງ ພູ​ກູດ ແຂວງ​ຊຽງ​ຂວາງ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ປະຈຳ​ປີ 2024 ເປັນ​ຄັ້ງ​ທີ 4 ຂອງ​ເມືອງ ແລະ ຄັ້ງ​ທີ 16 ຂອງ​ແຂວງ​ຊຽງ​ຂວາງ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກໍລະກົດ 2024 ນີ້, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ ​ແຂວງ​ຊຽງ​ຂວາງ, ມີ​ສະຫາຍ ຄຳ​ພາ ພິລາ​ວົງ ເລຂາ​ພັກ​ເມືອງ, ເຈົ້າເມືອງ ເມືອງ​ພູ​ກູດ, ມີ​ຫົວໜ້າ​ຫ້ອງການ ​ປກຊ-ປກສ ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ​ກອງ​ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ທະຫານ​ເມືອງ, ພະ​ແນກ​ ກໍ່ສ້າງ​ຮາກ​ຖານ, ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ເມືອງ, ແຂກ​ຖືກ​ເຊີນ ຕະຫຼອດ​ຮອດ​ຄະນະ​ພັກ​ອົງການ​ປົກຄອງ​ບ້ານ ແລະ ປະຊາຊົນ 4 ບ້ານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄອນ​ມີ​ໄຊ ລວງ​ຄຳ​ວິໄລ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ ​ທະຫານ​ເມືອງ​ພູ​ກູດ ໄດ້​ສະຫຼຸບ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ປະຈຳ​ປີ 2024 ວ່າ: ໃນ​ໄລຍະ​ຜ່ານ​ມາ ພະແນກການ​ທີ່​ກ່ຽວຂ້ອງ​ຂັ້ນ​ແຂວງ, ຂັ້ນ​ເມືອງ ໄດ້​ສຸມ​ໃສ່​ປະສານ​ສົມທົບ ກັບ ຄະນະ​ພັກ​ອົງການ​ປົກຄອງ​ບ້ານ ເພື່ອ​ນຳ​ເອົາ​ມະຕິ​ຄຳ​ສັ່ງ​ຕ່າງໆ ຂອງ​ພັກ-ລັດ ໂດຍ​ສະເພາະ​ແມ່ນ​ເອ ກະສານ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເຄື່ອນ​ໄຫວ​ຈັດ​ຕັ້ງ​ເຜີຍແຜ່​ໃຫ້​ປະຊາຊົນ​ເຊື່ອມ​ຊຶມ, ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ເອກະສານ​ອື່ນໆ ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ເພື່ອ​ໃຫ້​ເຂົາເຈົ້າ​ຮັບ​ຮູ້-ເຊື່ອມ​ຊຶມ​ຢ່າງ​ທົ່ວ​ເຖິງ​ສາມາດ​ເຮັດ​ໃຫ້​​​ປະຊາຊົນ ທັງ 4 ບ້ານ ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ, ຍົກ​ສູງ​ສະຕິ​ຄວາມ​ເປັນ​ເຈົ້າ​ການ​ດ້ານ​ຕ່າງໆ ເຂົ້າ​ໃນ​ວຽກ​ງານ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ຢ່າງ​ເປັນ​ເອກະ​ພາບ, ພ້ອມ​ກັນ​ເຮັດ​ໜ້າທີ່​ຕິດຕາມ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ແລະ ຂອບ​ເຂດ​ຄວາມ​ຮັບຜິດຊອບ ຂອງ​ບ້ານ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ, ຕອບ​ຕ້ານ​ໄດ້​ບັນດາ​ປະກົດ​ການ​ຫຍໍ້ທໍ້​ທັນ​ເວລາ, ພ້ອມ​ນັ້ນ ປະຊາຊົນ​ແຕ່​ລະ​ບ້ານ ​ໄດ້​ເອົາໃຈໃສ່​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ດ້ວຍ​ການ​ຄ້າຂາຍ, ປູກຝັງ-ລ້ຽງສັດ ສາມາດ​ເຮັດ​ໃຫ້​ແຕ່​ລະ​ຄອບຄົວ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ. ເຊິ່ງ​ສາມາດ​ປະ​ເມີນ​ຜົນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 100% ສາມາດ​ຢັ້ງຢືນ ແລະ ຮັບຮອງ​ເອົາ ຈຳນວນ 4 ບ້ານ ຂອງ​ເມືອງ ພູ​ກູດ ແຂວງ​ຊຽງ​ຂວາງ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ປະຈຳ​ປີ 2024 ຄັ້ງ​ທີ 4 ຂອງ​ເມືອງພູ​ກູດ ແລະ ຄັ້ງ​ທີ 16 ຂອງ​ແຂວງ​ຊຽງ​ຂວາງ ໄດ້​ຕາມ 6 ມາດຖານ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ພ້ອມ​ນີ້, ທັງ 4 ບ້ານ ຍັງ​ໄດ້​ຮັບ​ນາມມະຍົດ​ເປັນ ບ້ານ​ສຸ​ຂະ​ອະນາໄມ, ບ້ານ​ວັດທະນະທຳ, ບ້ານ​ພັດທະນາ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ, ບ້ານ​ປອດ​ຄະດີ, ບ້ານ​ສາມັກຄີ​ປອງ​ດອງ, ບ້ານ​ແມ່ຍິງ 3 ດີ, ຊາວ​ໜຸ່ມ 4 ບຸກ, ບ້ານ​ຢຸດຕິ​ການ​ຖາງ​ປ່າ​ຊະຊາຍ ແລະ ບ້ານ​ພົ້ນ​ທຸກ ຕື່ມ​ອີກ. ໂອກາດ​ນີ້, ສະຫາຍ ພັນ​ເອກ ວັນ​ທອງ ພົງ​ສະຫວັນ ໄດ້​ມອບ​ໃບຢັ້ງຢືນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃຫ້​ທັງ 4 ບ້ານ ພ້ອມ​ທັງ​ເປີດ​ປ້າຍ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ແລະ ລັ່ນຄ້ອງ 9 ບາດ ເພື່ອ​ເປັນ​ສິລິ​ມຸງຄຸນ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ