ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 17 ມິຖຸນາ 2025

  

ແມ່ຍິງ​ລາວ ຄຽງ​ບ່າ​ຄຽງ​ໄຫຼ່​ຮ່ວມ​ກັບ​ເພດ​ຊາຍ ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄືໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ
ເວລາອອກຂ່າວ: 2024-07-19 08:40:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 585 | ຄວາມນິຍົມ:



ເມື່ອ​ຫວນ​ຄືນ​ອະດີດ ກໍ​ຄື ສະໄໝ​ຕໍ່ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ແມ່ຍິງ​ລາວ​ບັນດາເຜົ່າ ໄດ້​ອຸທິດ​ ຕົນ​ເພື່ອ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຄຽງ​ບ່າ​ຄຽງ​ໄຫຼ່​ຮ່ວມ​ກັບ​ເພດ​ຊາຍ ພ້ອມ​ທັງ​ສ້າງ​ວິລະ​ກຳ, ຜົນງານ​ອັນ​ຜົນ​ເດັ່ນ​ຫຼາຍ​ດ້ານ ບໍ່​ວ່າ​ໃນ​ດ້ານ​ການ​ບໍລິຫານ​ບ້ານ​ເມືອງ, ດ້ານ​ການ​ອອກແຮງ​ງານ, ເພີ່ມພູນ​ຜະລິດຜົນ​ຫາ​ລ້ຽງ​ຄອບຄົວ, ຮັກສາ​ໄດ້​ມູນເຊື້ອ​ອັນ​ດີງາມ ແລະ ເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ ໃຫ້​ແມ່ຍິງ​ລາວ​ຮຸ່ນ​ຕໍ່ໆ​ມາ. ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ ຄົບຮອບ 69 ປີ (20 ກໍລະກົດ 1955 - 20 ກໍລະກົດ 2024), ສະຫາຍ ພັນ​ເອກ ນາງ ໄພ​ວອນ ອິນ​ທະ​ບຸດ ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະ​ຫະ​​ພັນ​ແມ່ຍິງ​ລາວ, ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ໃຫ້​ທັດສະນະ ແລະ ສະແດງ​ຄວາມ​ຄິດ​ເຫັນ​ຕໍ່​ວັນ​ດັ່ງກ່າວ ວ່າ: ສະຫະພັນ​ແມ່ຍິງ​ລາວ ເປັນ​ອົງ​ການຈັດຕັ້ງ​ການເມືອງ ​ເຊິ່ງ​ມີໜ້າ​ທີ່​ເຕົ້າໂຮມ​ແມ່ຍິງ​ທຸກ​ຊັ້ນ​ຄົນ ແລະ ຊົນເຜົ່າ ໃຫ້​ມີ​ນໍ້າໃຈ​ຮັກ​ຊາດ, ມີ​ຄວາມ​ຫ້າວຫັນ​ເສຍສະຫຼະ​ເພື່ອ​ຜົນ​ປະໂຫຍດ​ສ່ວນ​ລວມ ແລະ ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນ​ການ​ຕໍ່ສູ້​ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ, ກອບ​ກູ້​ເອົາ​ເອກະລາດ, ອຳນາດ​ອະທິ ປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ມາສູ່​ປະຊາຊົນ​ລາວ​ບັນດາເຜົ່າ. ນັບ​ແຕ່​ປະເທດ​ຊາດ ຕົກ​ຢູ່​ພາຍ​ໃຕ້​ລະບອບ​ການ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ທີ່​ໂຫດຮ້າຍ​ປ່າ​ເຖື່ອນ ປະຊາຊົນ​ລາວ​ໃນ​ທົ່ວ​ປະເທດ ທຸກ​ຍາກ​ຫຼ້າຫຼັງ, ຄົນ​ລາວຂາດອິດສະຫຼະພາບ, ກຽດ​ສັກ​ສີ​ຖືກ​ຢຽບ​ຢ່ຳ​ທຳລາຍ, ປະຊາຊົນ​ຖືກ​ກົດ​ຂີ່​ຂູດ​ຮີດ ​ຢ່າງ​ແສນ​ສາຫັດ ຍິ່ງ​ໄປ​ກວ່າ​ນັ້ນ ແມ່ຍິງ​ໄດ້​ຖືກ​ລ່ວງ​ລະເມີດ​ທາງ​ເພດ, ຖືກ​ຂົມຂື່ນ​ທຳ​ສຳ​ເລົາ ແລະ ຖືກ​ເຂັນ​ຂ້າ​ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ. ມາ​ຮອດ​ວັນ​ທີ 22 ມີນາ 1955 ພັກ​ປະຊາຊົນ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ພັກ​ກໍ​ໄດ້​ເອົາໃຈໃສ່​ຢ່າງ​ຈົດຈໍ່ຕໍ່​ການ​ປຸກລະດົມ​ຂົນຂວາຍ, ກໍ່ສ້າງ​ແມ່ຍິງ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ປະກອບສ່ວນ​ໃນ​ພາລະກິດ​ປະຕິວັດ, ຖື​ແມ່ຍິງ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ກຳລັງ​ແຮງ​ທີ່​ສຳຄັນ​ຂອງ​ພັກ ແລະ ປະກາດ​ສ້າງຕັ້ງ​ສະຫະພັນ​ແມ່ຍິງ​ລາວ​ຂຶ້ນ​ໃນ​ເວລາ​ຕໍ່​ມາ ໂດຍ​ໜ້າທີ່​ຂອງ​ ການຈັດຕັ້ງ​ແມ່ຍິງ​ໃນ​ເບື້ອງ​ຕົ້ນ ແມ່ນ​ເບິ່ງແຍງ, ລ້ຽງ​ດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງ​ຂ່າວ​ພະນັກງານ, ທະຫານ​ປະຕິວັດ, ສົ່ງ​ເອກະສານ ໃຫ້​ພະນັກງານ, ທະຫານ​ທີ່​ປະຕິບັດ​ໜ້າທີ່​ຢູ່​ແນວ​ໜ້າ ແລະ ໃນ​ເຂດ​ຄວບ​ຄຸມ​ຂອງ​ສັດຕູດ້ວຍ​ຫຼາຍ​ຮູບ​ແບບ ແລະ ຫຼາຍ​ວິທີ​ການ, ລຳລຽງ​ສະບຽງ​ອາຫານ, ອາວຸດ, ເຄື່ອງນຸ່ງ​ຫົ່ມ ໃຫ້​ພະນັກງານ-ນັກຮົບ​ຢູ່​ແນວ​ໜ້າ, ປຸກລະດົມ​ຂົນຂວາຍ​ຊາວ​ໜຸ່ມ, ລູກ​ຫຼານ​ຂອງ​ປະຊາຊົນ ອອກ​ຮັບ​ໃຊ້​ປະເທດ​ຊາດ, ປຸກລະດົມ​ຂະ​ບວນ​ການ​ຂອງ​ແມ່ຍິງ ປະຕິບັດ​ວຽກ​ງານ​ແນວ​ຫຼັງ, ເພີ່ມ​ພູນ​ຜະລິດຜົນ​ຫາ​ລ້ຽງ​ກຸ້ມ​ຕົນ​ເອງ, ປະຢັດ​ເຂົ້າ​ປາ​ອາຫານ ເພື່ອ​ສົ່ງ​ໄປ​ແນວ​ໜ້າ ແລະ ປະຕິບັດ​ວຽກ​ງານຕາມ​ການຈັດຕັ້ງ​ມອບ​ໝາຍ​ໃຫ້ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ສະຫາຍ ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ໄດ້​ກ່າວ​ຕື່ມ​ວ່າ: ແມ່ຍິງ​ລາວ ຍັງ​ໄດ້​ເປັນ​ເຈົ້າ​ການ​ເຮັດ​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ, ເຝິກແອບ​ຮ່ຳຮຽນ ແລະ ສອນ​ໜັງສື, ສະໝັກ​ເປັນ​ນັກຮົບ​ອະນາໄມ​ປະຈຳ​ບ້ານ, ນຳພາ​ປະຊາຊົນ ປະຕິບັດ​ຫຼັກການ​ອະນາໄມ​ຂັ້ນ​ພື້ນຖານ, ຍິງ​ໜຸ່ມ​ຫຼາຍ​ໝື່ນ​ຄົນ ຢູ່​ຊົນນະບົດ ແລະ ຢູ່​ໃນ​ຕົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະເທດ ໄດ້​ເສຍສະຫຼະ​ອອກ​ຈາກ​ຄອບຄົວ ໄປ​ເຂົ້າ​ຮ່ວມ​ການ​ປະຕິວັດ ເຊັ່ນ: ໄປ​ເປັນ​ທະຫານ, ເປັນ​ພະນັກງານ​ຂົນຂວາຍ​ການເມືອງ, ເປັນ​ພະນັກງານ​ເຄື່ອນ​ໄຫວ​ປິດ​ລັບ​ຢູ່​ແນວ​ຫຼັງ​ຂອງ​ສັດຕູ, ໄປ​ຮຽນ​ຄູ, ເປັນ​ແພດ​ໝໍ ແລະ ອື່ນໆ. ໂດຍ​ຜ່ານ​ຂະ​ບວນ​ການ​ດັ່ງກ່າວ ມີ​ສະມາຊິກ​ແມ່ຍິງ​ລາວ​ຫຼາຍ​ສະຫາຍ ໄດ້​ສ້າງ​ວີລະ​ກຳ ແລະ ຜົນງານ​ພົ້ນ​ເດັ່ນ​ຢ່າງ​ຫຼວງຫຼາຍ ເຊິ່ງ​ພັກ-ລັດຖະບານ ໄດ້​ໃຫ້ການ​ຍ້ອງຍໍ​ຊົມເຊີຍ ດ້ວຍ​ການ​ມອບ​ນາມມະຍົດ ເປັນ​ວີລະ​ຊົນ​ແຫ່ງ​ຊາດ, ເປັນ​ນັກຮົບ​ແຂ່ງຂັນ ຢ່າງ​ສົມ​ກຽດ ແລະ ຖືກ​ບັນທຶກ​ໄວ້​ໃນ​ປື້ມ​ຄຳ​ປະຫວັດສາດ​ຂອງ​ຊາດ​ລາວ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ