ປະກາດການແຕ່ງຕັ້ງຫົວໜ້າການເມືອງ ກອງພັນໃຫຍ່ 645
ເວລາອອກຂ່າວ: 2024-09-09 15:05:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1473 | ຄວາມນິຍົມ: ![]()
ໃນວັນທີ 5 ກັນຍາ 2024 ນີ້, ຢູ່ທີ່ສະໂມສອນຂອງກອງພັນໃຫຍ່ 645 ໄດ້ປະກາດການແຕ່ງຕັ້ງຫົວໜ້າການເມືອງຜູ້ໃໝ່ ແລະ ປະກາດພະນັກງານ ພັກການຮັບບຳນານຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກົມພະນັກງານ, ກົມປ້ອງກັນອາກາດ, ຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳເອັຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າການເມືອງ ກອງພັນໃຫຍ່ 645 ແລະ ອະນຸມັດໃຫ້ນາຍທະຫານ ກອງພັນໃຫຍ່ 645 ພັກການຮັບບຳນານ. ໃນນັ້ນ ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ສຸບິນ ດວງໂສພາ ເປັນຫົວໜ້າການເມືອງ ກອງພັນໃຫຍ່ 645, ອະນຸມັດໃຫ້ ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ພັກການ ຮັບບຳນານ.
ໃນຕອນທ້າຍ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ພັກການ ຮັບບຳນານ ທີ່ເຮັດສຳເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້, ພ້ອມທັງເນັ້ນໜັກຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ ຈົ່ງຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນສັນຕິຂອງພວກອິດທິກໍາລັງປໍລະປັກ, ຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດວຽກເປັນໝູ່ຄະນະ, ສືບຕໍ່ປັບປຸງກໍ່ສ້າງພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.
ໂດຍ: ຮູ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















