ທະຫານແຂວງວຽງຈັນ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກ
ເວລາອອກຂ່າວ: 2024-09-09 16:02:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1270 | ຄວາມນິຍົມ: ![]()
ວັນທີ 6 ກັນຍາ 2024 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ຈັດຕັ້ງເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ພະນັກງານສະມາຊິກພັກ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ເຊິ່ງເນື້ອໃນສຳຄັນມະຕິຂອງກອງປະຊຸມດັ່ງກ່າວ ໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເຊິ່ງໃນນີ້, ກໍໄດ້ຍົກໃຫ້ຮູ້ເຖິງ 9 ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2024; ກ່ຽວກັບການປະຕິຮູບລັດວິສາຫະກິດ ກໍໄດ້ມີການຕີລາຄາຢ່າງກົງໄປກົງມາຕໍ່ສະພາບການດຳເນີນທຸລະກິດຂອງລັດວິສາຫະກິດ ໃນໄລຍະຜ່ານມາ ພ້ອມທັງໃຫ້ທັດສະນະຕ້ອງສືບຕໍ່ຢຶດໝັ້ນແນວທາງການສ້າງເສດຖະກິດລັດ ກໍຄືສ້າງລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ ເປັນເຈົ້າພາທາງໃນລະບົບເສດຖະກິດແຫ່ງຊາດ ແລະ ເປັນເອກະພາບກຳນົດ 5 ຈຸດສຸມປະຕິຮູບລັດວິສາຫະກິດ ໃຫ້ເຂັ້ມແຂງໃນຕໍ່ໜ້າ; ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທໍາ ຂອງກົມການເມືອງສູນກາງພັກ ເຊິ່ງມະຕິກອງປະຊຸມແມ່ນໄດ້ເປັນເອກະພາບຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ອົງການຮັບຜິດຊອບດຳເນີນຄະດີຕາມຂະບວນຍຸຕິທໍາທີ່ສ້າງມາໄດ້ ພ້ອມດຽວກັນ, ກໍໃຫ້ທິດຊີ້ນໍາບັນຫາຈໍານວນໜຶ່ງກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ເຊິ່ງມະຕິກອງປະຊຸມໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາສໍາຄັນ, ມະຕິກອງປະຊຸມ ໄດ້ລະບຸເຖິງການກະກຽມເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ບັນດາວຽກຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 9 ໃນທ້າຍປີ 2024. ພ້ອມດຽວກັນນັ້ນ, ສະຫາຍຍັງໄດ້ເຜີຍແຜ່ດໍາລັດຂອງລັດຖະບານ ວ່າດ້ວຍ ການຄຸ້ມຄອງການຄ້າຂາຍສັດນໍ້າ-ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນອີກດ້ວຍ.
ຈາກນັ້ນ, ສະຫາຍ ພັນເອກ ທອງໄຊ ພັນສະໄໝ ຫົວໜ້າຫ້ອງພະລາທິການ ທະຫານແຂວງວຽງຈັນ ໄດ້ເຜີຍແຜ່ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ເພື່ອເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ; ພ້ອມທັງໄດ້ໃຫ້ຮູ້ເຖິງການຈັດຕັ້ງປະຕິບັດ ທີ່ລະບຸໃນມະຕິດັ່ງກ່າວ ທັງນີ້, ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ-ນັກຮົບ, ໃນທົ່ວກໍາລັງປະກອບອາວຸດກອງບັນຊາການທະຫານແຂວງວຽງຈັນ ມີຄວາມຮັບຮູ້ເຂົ້າໃຈ ແລະ ພ້ອມກັນນຳເອົາເນື້ອໃນມະຕິດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ຢູ່ກົມກອງຂອງຕົນໃຫ້ທົ່ວເຖິງ.
ໂດຍ: ສາຍຄໍາ ພອນມະນີ
ພາບ: ສຸວັນໂນ ອາດຊະນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















