ກົມກົດລັບ ມອບເຄື່ອງຈັກວິຊາສະເພາະໃຫ້ ກອງພົນທີ 1
ເວລາອອກຂ່າວ: 2024-09-10 10:57:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1714 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ມອບເຄື່ອງຈັກວິຊາສະເພາະໃຫ້ ກອງພົນທີ 1, ໂດຍການກ່າວມອບຂອງ ສະຫາຍ ພັນເອກ ຈັນທະລາ ພົມມະບັດ ຮອງຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ສີພອນ ພອນມີໄຊ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 1, ມີພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນຕີ ດາລາພອນ ກິ່ງນະຄອນ ຫົວໜ້າພະແນກຈັດຕັ້ງພະນັກງານ ກົມກົດລັບ ໄດ້ຜ່ານຂໍ້ຕົກລົງຂອງກົມກົດລັບ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການປະກອບຈັກກົດລັບໃຫ້ ກອງພົນທີ 1 ເຊິ່ງໃນນີ້ໄດ້ປະກອບດ້ວຍອຸປະກອນຕໍ່ພວງຈັກລະຫັດ MFAX-2022 ແລະ ຈັກລະຫັດ APHONE-16 ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ( ຈັກລະຫັດ APHONE-16 ຈຳນວນ 1 ຊຸດ, ຈັກລະຫັດສະແກນ Brother ASD 1 100 W ຈຳນວນ 1 ເຄື່ອງ, ກ່ອງ 4G WIFI Router ຈຳນວນ 1 ເຄື່ອງ, ຄູ່ມືການນໍາໃຊ້ເຄື່ອງຈັກລະຫັດ MFAX-2022 ຮ່ວມກັບ APHONE-16 ຈຳນວນ 1 ຫົວ, ຄູ່ມືການນໍາໃຊ້ເຄື່ອງຈັກລະຫັດ MFAX-2022 ຮ່ວມກັບ Atlix-16 ຈຳນວນ 1 ຫົວ ).
ໂອກາດນີ້, ສະຫາຍ ພັນໂທ ສີພອນ ພອນມີໄຊ ໄດ້ກ່າວສະແດງຄວາມຂອບໃຈ ຄະນະກົມກົດລັບ ທີ່ເຫັນໄດ້ຄວາມສຳຄັນ ແລະ ຄວາມຈໍາເປັນຂອງໜ້າທີ່ວຽກງານວິຊາສະເພາະ ພ້ອມທັງຈະນໍາເອົາເຄື່ອງດັ່ງກ່າວນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ໄດ້ຮັບຜົນດີ ແລະ ປົກປັກຮັກສານໍາໃຊ້ໃຫ້ຍາວນານ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















