ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ກົມກົດລັບ ມອບຈັກລະຫັດກົດລັບ ໃຫ້ກອງພົົນທີ 2
ເວລາອອກຂ່າວ: 2024-09-10 14:30:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1243 | ຄວາມນິຍົມ:



ວັນທີ 7 ກັນຍາ 2024 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ມອບຈັກລະຫັດ MFAX-2022 ແລະ APHONE-16 ໃຫ້ກອງພົົນທີ 2, ໂດຍການກ່າວມອບຂອງ ສະຫາຍ ພັນເອກ ຈັນທະລາ ພົມມະບັດ ຮອງຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ກ່າວຮັບໂດຍ ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ຈັນທະລາ ພົມມະບັດ ຮອງຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນ, ຄວາມທັນສະໄໝ, ຄວາມວ່ອງໄວທັນໃຈ, ຄວາມຖືກຕ້ອງຊັດເຈນຂອງ ເຄື່ອງຈັກດັ່ງກ່າວທີ່ໃຊ້ເຂົ້າໃນວຽກງານກົດລັບຂອງກອງທັບ ສາມາດປ້ອງກັນຂໍ້ມູນໄດ້ດີ ແລະ ມີຄວາມປອດໄພສູງຕໍ່ໜ້າທີ່ວຽກງານ, ຕໍ່ເອກະສານສໍາຄັນຕ່າງໆ, ໂດຍສະເພາະແມ່ນພະແນກກົດລັບ ກອງພົນທີ 2 ໃຫ້ມີຄວາມວ່ອງໄວທ່ວງທັນກັບເວລາ ພ້ອມທັງໄດ້ເນັ້ນໜັກໃຫ້ ພະແນກກົດລັບ ກໍຄືພະນັກງານ-ນັກຮົບ ທີ່ເຮັດວຽກງານວິຊາສະເພາະ ຈົ່ງນໍາເອົາເຄື່ອງຈັກດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີຜົນປະໂຫຍດສູງສຸດ ແລະ ເອົາໃຈໃສ່ໃນການປົກປັກຮັກສາໃຫ້ເປັນຢ່າງດີ, ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນກ່ຽວກັບຈັກລະບົບໃໝ່ໃຫ້ມີຄວາມຊໍານິຊໍານານ ເພື່ອນໍາໃຊ້ວຽກງານວິຊາສະເພາະຂອງກົມກອງໃຫ້ໄດ້ວ່ອງຊັດເຈນ ແລະ ທັນເວລາ. ໂອກາດນີ້, ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າຫ້ອງເສນາທິການກອງພົນທີ 2 ໄດ້ກ່າວສະແດງຄໍາຂອບໃຈມາຍັງ ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ທີ່ນໍາເອົາເຄື່ອງຈັກລະຫັດກົດລັບ ມາມອບໃຫ້ກອງພົນທີ 2 ໃນຄັ້ງນີ້. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ