ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ຢູ່ກອງພົນທີ 1
ເວລາອອກຂ່າວ: 2024-09-10 14:39:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1239 | ຄວາມນິຍົມ:



ວັນທີ 6 ກັນຍາ ຜ່ານມານີ້, ຢູ່ກອງພົນທີ 1 ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງວຽງຈັນ ຊຸດທີ II, ໂດຍເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ລຳໄມ ກູດລາວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ຮອງປະທານສະພາປະຊາຊົນ ແຂວງວຽງຈັນ, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກຳລັງປ້ອງກັນຄວາມສະຫງົບ, ໂຮງງານຊີມັງລາວວັງວຽງ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນທີ 1 ເຂົ້າຮ່ວມ. ສະຫາຍ ລໍາໄມ ກູດລາວົງ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະມາຊິກສະພາປະຊາຊົນແຂວງວຽງຈັນ ຊຸດທີ II ເຊິ່ງໄດ້ຮັບຟັງການຈັດຕັ້ງກ່ຽວກັບລັດຖະບານ, ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ 2024, ການເຕີບໂຕເສດຖະກິດ, ການປະຕິບັດແຜນງົບປະມານ, ການປະຕິບັດແຜນເງິນຕາ, ຂົງເຂດວັດທະນະທຳສັງຄົມ, ຂົງເຂດສິ່ງແວດລ້ອມ ແລະ ວິທະຍາສາດ ເຕັກໂນໂລຊີ, ການພັດທະນາຊົນນະບົດ ແລະ ການແກ້ໄຂຂໍ້ຫຍຸ້ງຍາກ, ທິດທາງແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 6 ເດືອນທ້າຍປີ 2024, ຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງອົງການກວດສອບແຫ່ງລັດ, ການປະຕິບັດວຽກງານຂອງສະພາແຫ່ງຊາດ, ການສ້າງ ແລະ ປັບປຸງກົດໝາຍ. ຈາກນັ້ນ, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ຂຶ້ນເຜີຍແຜ່ຜົນສຳເລັດຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງກອງປະຊຸມໄດ້ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ໂດຍສະເພາະການເພີ່ມຂຶ້ນຂອງອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ລາຄາສິນຄ້າເພີ່ມຂຶ້ນສູງ, ສຸມໃສ່ບັນຫາເຄັ່ງຮ້ອນທາງສັງຄົມ ປະຕິບັດ 5 ນະໂຍບາຍ 10 ມາດຕະການ ໃນການແກ້ໄຂບັນຫາຂາດແຄ້ນຄູສອນ 3 ນະໂຍບາຍ ແລະ 12 ມາດຕະການ, ປະລະການຮຽນ, ຕິດຕາມກວດກາຍຸດທະສາດການປະຕິຮູບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ. ການເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສະແດງໃຫ້ເຫັນສະພາບຄວາມເປັນຈິງ ຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍອັນເນື່ອງມາຈາກຜົນກະທົບຈາກປັດໃຈພາຍນອກ ແລະ ພາຍໃນ ທັງມີລັກສະນະເປັນນິຕິກຳ, ລັກສະນະຮຽກຮ້ອງໃຫ້ລັດຖະບານສືບຕໍ່ຕັ້ງໜ້າ, ອອກແຮງຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ຟົດຟື້ນແຂງແຮງ, ບຸກທະລຸໃຫ້ແຂງແຮງກວ່າເກົ່າ ໂດຍປຸກລະດົມກຳລັງແຮງຂອງທົ່ວປວງຊົນເຂົ້າຮ່ວມເຮັດໃຫ້ບັນຫາເຄັ່ງຮ້ອນ ແລະ ສິ່ງທ້າທາຍໜັກໜ່ວງໄດ້ຮັບການແກ້ໄຂຄ່ອຍໆກັບຄືນສູ່ສະພາບປົກກະຕິ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ