ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ກຸ່ມບໍລິສັດ ວັງຕັດ ມາຍນິ້ງກຣຸບ ມອບເງິນ ແລະ ນໍ້າດື່ມ ເພື່ອປະກອບສ່ວນ ເຂົ້າໃນວຽກງານເຄື່ອນໄຫວປ້ອງກັນ, ເຝົ້າລະວັງ ແລະ ຕ້ານໄພພິບັດທາງທຳມະຊາດນໍ້າຖ້ວມ
ເວລາອອກຂ່າວ: 2024-09-17 15:56:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1310 | ຄວາມນິຍົມ:



ວັນທີ 17 ກັນຍາ 2024 ນີ້, ທີ່ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ນາງ ປ.ອ ສິລິວັນ ປັດທຳມະວົງ ຮອງຜູ້ອຳນວຍການ ກຸ່ມບໍລິສັດ ວັງຕັດ ມາຍນິ້ງກຣຸບ ພ້ອມດ້ວຍຄະນະ ໄດ້ນໍາເອົາເງິນ ຈຳນວນ 500.000.000 ກີບ ແລະ ນໍ້າດື່ມຈໍານວນ 300 ແພັກ ໄປມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານການເຄື່ອນໄຫວປ້ອງກັນ, ເຝົ້າລະວັງ ແລະ ຕ້ານໄພພິບັດທາງທຳມະຊາດນໍ້າຖ້ວມ ຢູ່ໃນຂອບເຂດທົ່ວປະເທດ ຕາງໜ້າກວ່າຮັບໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດ ວັງຕັດ ມາຍນິ້ງກຣຸບ ທີ່ມີນໍ້າໃຈດ້ານມະນຸດສະທໍາ,ຊ່ວຍເຫຼືອ ເອື້ອເຟື້ອເຜື່ອແຜ່ ໃຫ້ການສະໜັບສະໜຸນ ຕໍ່ບັນດາຜູ້ປະສົບອຸທົກກະໄພ ໃນຄັ້ງນີ້ ເວົ້າລວມ, ເວົ້າສະເພາະ ກໍ່ຄື ວຽກງານການເຄື່ອນໄຫວປ້ອງກັນ, ເຝົ້າລະວັງ ແລະ ຕ້ານໄພພິບັດທາງທຳມະຊາດນໍ້າຖ້ວມ ເພື່ອບັນເທົາທຸກ ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ ເກີດຂຶ້ນ, ເຖິງວ່າສະພາບເສດຖະກິດຈະມີຄວາມຫຍຸ້ງຍາກ ແຕ່ການຊ່ວຍເຫຼືອດັ່ງກ່າວ, ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ ແລະ ຍັງເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ. ພ້ອມທັງຍືນຍັນວ່າ ຈະນຳເອົາເງິນທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ກໍຄື ນຳໄປຊ່ວຍເຫຼືອ ບັນເທົາທຸກ ໃນເບື້ອງຕົ້ນ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາຈຸດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນວັນດຽວກັນ ກຸ່ມບໍລິສັດ ວັງຕັດ ມາຍນິ້ງກຣຸບ ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ ເຂົ້າມອບເງິນສະໜັບສະໜູນ ໃຫ້ກັບກະຊວງພະລັງງານ ແລະ ບໍແຮ່ ຈຳນວນ 500.000.000 ກີບ ແລະ ນໍ້າດື່ມຈໍານວນ 300 ແພັກ. ເຊິ່ງກ່າວຮັບໂດຍ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງກະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ. ເພື່ອປະກອບສ່ວນ ຮັບໃຊ້ເຂົ້າໃນວຽກງານການເຄື່ອນໄຫວປ້ອງກັນ, ເຝົ້າລະວັງ ແລະ ຕ້ານໄພພິບັດທາງທຳມະຊາດ ນໍ້າຖ້ວມ ເຊັ່ນດຽວກັນ. ພາບ-ຂ່າວ: ໄຊສະຫວາດ ສົມພັນທະມິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ