ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VIl ຂອງອົງຄະນະພັກ ວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2024-09-17 16:10:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2019 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VIl ຂອງອົງຄະນະພັກ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ຈັດຂຶ້ນ ໃນວັນທີ 17 ກັນຍາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ກົມຈັດຕັ້ງພັກ, ກົມພະນັກງານ, ບັນດາກົມກອງອ້ອມຂ້າງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ພັນເອກ ສອນທັນ ສຸວົງໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ວພກ ໄດ້ຂຶ້ນຜ່ານບົດລາຍການເມືອງທັງສອງພາກ ເພື່ອຕີລາຄາຄືນ ການນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ຂອງກອງທັບ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ Vl ຂອງອົງຄະນະພັກວິທະຍາຄານ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ, ຮັກສາໄດ້ທາດແທ້ມູນເຊື້ອ ຂອງກອງທັບ ກໍຄື ຂອງວິທະຍາຄານ ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ, ຫັນເຂົ້າສູ່ ໜ້າທີ່ວຽກງານຕົວຈິງ ຂອງກົມກອງຢ່າງຕັ້ງໜ້າ, ກວ້າງຂວາງ ແລະ ເຂົ້າສູ່ລວງເລິກ, ສາມາດສ້າງໄດ້ຜົນສຳເລັດໃຫຍ່ຫຼວງ. ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນໃສ່ ບົດລາຍງານການເມືອງທັງສອງພາກ ຢ່າງກົງໄປກົງມາ ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ ທີ່ຈະຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອສ້າງການຫັນປ່ຽນໃໝ່ ໃນການປະຕິບັດວຽກງານຕົວຈິງ ກໍຄືຄວາມເປັນເອກະພາບກັນ ໃນການກຳນົດບັນດາຄາດໝາຍ, ທິດທາງແຜນການ 5 ປີຕໍ່ໜ້າ ເພື່ອສືບຕໍ່ນຳພາວຽກງານ ການຮຽນ-ການສອນ ກໍຄືໜ້າທີ່ການເມືອງ ຂອງວິທະຍາຄານ ໃນການກໍ່ສ້າງພະນັກງານພະລາທິການ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
ໃນກອງປະຊຸມ ບັນດາສະມາຊິກພັກ ໄດ້ພ້ອມກັນໃຊ້ສິດ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ວິທະຍາຄານຊຸດໃໝ່ ແລະ ປ່ອນບັດເລືອກຕັ້ງເອົາຄະນະຜູ້ແທນສົມບູນ-ສຳຮອງ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຂອງຄະນະພັກຂັ້ນເທິງໄດ້ຕາມລະດັບຄາດໝາຍ. ໃນນີ້, ໄດ້ເລືອກເອົາ ສະຫາຍ ພັນເອກ ສອນທັນ ສຸວົງໄຊ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ສົມເພັດ ວົງພະຈັນ ເປັນຮອງເລຂາ, ສະຫາຍ ພັນເອກ ແສງທອງ ອຸ່ນນາງ ເປັນປະທານກວດກາພັກ, ສະຫາຍ ພັນໂທ ແກ້ວຕາ ຂັດຕິຍະວົງສາ ແລະ ສະຫາຍ ພັນຕີ ສຸກັນຍາ ສີແພງຄູນ ເປັນຮອງປະທານກວດກາພັກ.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄຳເຫັນ ໂອ້ລົມຫຼາຍບັນຫາສຳຄັນ ພ້ອມທັງ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກຊຸດໃໝ່ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເປັນແບບຢ່າງນຳໜ້າ ໃຫ້ແກ່ມະຫາຊົນ, ມີຄວາມຈົງຮັກພັກດີ ແລະ ຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ, ຕໍ່ປະເທດຊາດ, ມີຄວາມສາມັກຄີຮັກແພງ, ຈິງໃຈຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ດຳລົງຊີວິດປອດໃສຂາວສະອາດ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຮັດແໜ້ນຄວາມສາມັກຄີເປັນເອກະພາບ ພາຍໃນວິທະຍາຄານ ກໍຄື ພາຍໃນຄະນະພັກ, ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕຂອງພັກ, ພ້ອມກັນນຳເອົາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ ເພື່ອສ້າງໃຫ້ໄດ້ຜົນງານ ແລະ ໄຊຊະນະໃໝ່ ໃຫຍ່ຫຼວງກວ່າເກົ່າ, ນຳພາວິທະຍາຄານກ້າວໄປສູ່ຍຸກສະໄໝແຫ່ງການພັດທະນາໃໝ່, ສ້າງພະນັກງານພະລາທິການ ທີ່ມີຄຸນນະພາບ ເພື່ອຕອບສະ ໝອງໃຫ້ກຳລັງຫຼວງ-ກຳລັງທ້ອງຖີ່ນ ໃນທົ່ວກອງທັບ ແລະ ສ້າງວິທະຍາຄານແຫ່ງນີ້ ໃຫ້ເປັນເບົ້າຫຼໍ່ພະນັກງານຮຸ່ນສືບທອດທີ່ມີຄວາມເຂັ້ມແຂງ ໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງອັນມີກຽດ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຢ່າງຈົບງາມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















