ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ຂອງບັນດາກົມກອງ ເຂດ 8
ເວລາອອກຂ່າວ: 2024-09-17 16:32:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1791 | ຄວາມນິຍົມ: ![]()
ວັນທີ 17 ກັນຍາ 2024 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2024 ຂອງບັນດາກົມກອງເຂດ 8 ອ້ອມຂ້າງກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ໂຮງຮຽນທິດສະດີການເມືອງກອງທັບ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານການແພດກອງທັບ, ກົມວິທະຍາສາດ-ປະຫວັດສາດການທະຫານ, ໂຮງໝໍສູນກາງ 103 ກອງທັບ, ກອງພັນໃຫຍ່ 605, ກອງພັນໃຫຍ່ 279, ກອງພັນໃຫຍ່ 641, ກອງພັນໃຫຍ່ 661, ຫ້ອງການ ປກຊ-ປກສ ສູນກາງ, ຫ້ອງການກົມໃຫຍ່ເສນາທິການກອງທັບ, ຫ້ອງການກົມໃຫຍ່ພະລາທິການ ແລະ ກົມວິຊາການຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການວຽກງານຮອບດ້ານທີ່ພົ້ນເດັ່ນໃນໄລຍະຜ່ານມາ ແລະ ຜ່ານທິດທາງແຜນການ ປະຈຳໄຕມາດ IV ປີ 2024, ເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ເອົາໃຈໃສ່ປະຕິບັດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ວຽກງານປິ່ນອ້ອມຂອງກົມກອງ, ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ, ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບັນດາກົມກອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ແລະ ບັນດາກຸ່ມບ້ານທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ ຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການຫຼິ້ນກິນຟູມເຟື່ອຍ, ການສໍ້ລາດບັງຫຼວງ ແລະ ອື່ນໆ, ເອົາໃຈໃສ່ປະຕິບັດຫຼັກການ ການຮຽນ, ການສອນໃຫ້ພະນັກງານ-ນັກຮົບທີ່ເຂົ້າມາຮຽນທິດສະດີການເມືອງ ແລະ ວິຊາສະເພາະຢູ່ໂຮງຮຽນທິດສະດີການເມືອງ ແລະ ຕາມບັນດາວິທະຍາຄານ ຮັບປະກັນຄວາມຮັບຮູ້ເຂົ້າໃຈບົດຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ ພະນັກງານ-ນັກຮົບ ໄດ້ເປັນຢ່າງດີ, ເອົາໃຈໃສ່ປິ່ນປົວຄົນເຈັບເຂົ້າມາປິ່ນປົວຢູ່ໂຮງໝໍໃຫ້ຫາຍດີ ແລະ ແຂງແຮງ ນອກນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງຍັງໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ກົມກອງຂອງຕົນປະຕິບັດໜ້າທີ່ວຽກງານຕາມແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ຕາມແຜນການອົບຮົມຫັດແອບ ປະຈຳປີ 2024 ຢ່າງເຂັ້ມງວດ ແລະ ປະສົບຜົນສຳເລັດເປັນຢ່າງດີ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ໂອ້ລົມ ແລະ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີມຕໍ່ຜົນງານແຕ່ລະກົມກອງຍາດມາໄດ້ ແລະ ໄດ້ເນັ້ນຕື່ມໃຫ້ຄະນະພັກ-ຄະນະບັນຊາແຕ່ລະບັນດາກົມກອງເອົາໃຈໃສ່ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດຕົນຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ສືບຕໍ່ນຳພາ-ຊີ້ນຳ ວຽກງານອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບໃຫ້ມີຄວາມສາມາດດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີເອົາໃຈໃສ່ມີສະຕິຕໍ່ການຕິດຕາມຂໍ້ມູນຂ່າວສານທາງດ້ານສື່ສັງຄົມອອນລາຍຕ່າງໆທີ່ມີແຫຼ່ງຂ່າວບິດເບືອນຕໍ່ພັກ-ລັດ, ຕໍ່ປະເທດຊາດ ທີ່ສົ່ງຜົນປະກົດການຫຍໍ້ທໍ້ເກີດຂຶ້ນ, ເພີ່ມທະວີວຽກງານປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດທາງດ້ານການສູ້ຮົບຮອບດ້ານ.
ໂດຍ: ນາງ ເກດແກ້ວ ໄຊສົມພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















